ข้ามไปที่เนื้อหาหลัก

konosuke matsushita

ໂກໂນສຸເກະ ມັສຊຸຊິຕະ


ຈຸດປ່ຽນຂອງເຂົາກ່ອນກ້າວເປັນຜູ້ມີຊື່ສຽງລະດັບໂລກທາງດ້ານທຸລະກິດ.

        ພໍອາຍຸໄດ້ເກົ້າຂວບ ໂກໂນຊຸເກະອອກຈາກໂຮງຮຽນປະຖົມ ແລະເດີນທາງໄປໃຊ້ຊີວິດຄົນດຽວທີ່ໂອຊາກະ ຊຶ່ງເປັນບ່ອນລາວກາຍມາເປັນຄົນຝຶກງານຢູ່ຮ້ານຂາຍເຕົາໂລ້ໃຊ້ຖ່ານ. ໃນປີ 1905 ລາວຍ້າຍໄປເຮັດວຽກຢູ່ຮ້ານຂາຍສົ່ງລົດຖີບ ແລະກໍສໍາເລັດການຝຶກງານເປັນເວລາຫົກປີ. 

        ໃນສະໄໝນັ້ນ ການໃຊ້ຊີວິດຂອງເດັກຝຶກງານແສນຍາກລໍາບາກ ຕະຫຼອດຫົກປີມີຫຼາຍເທື່ອທີ່ໂກໂນຊຸເກະຄິດຢາກຫຼົບໜີ ແຕ່ຍ້ອນຄວາມຝັນຂອງພໍ່ທີ່ຈະຟື້ນຟູຄວາມມັ້ງຄັ້ງຂອງຄອບຄົວ ລາວຈຶ່ງຍັງຢູ່ກັບຮ້ານຂາຍລົດຖີບຕໍ່ໄປ. ໃນປີ 1906 ກ່ອນທີ່ຄວາມຝັນຈະກາຍເປັນຈິງ ທ່ານ ມາຊາກຸຊຸໄດ້ເຖິງແກ່ກໍາໄປ ຫຼັງຈາກການລົ້ມປ່ວຍທີ່ຍືດເຍື້ອ.

        ຫຼາຍປີ ຫຼັງຈາກຍີ່ປຸ່ນໄດ້ຮັບໄຊຊະນະໃນສົງຄາມຣັດເຊຍ-ຍີ່ປຸ່ນ ປີ 1905 ໂກໂນຊຸເກະເຝົ້າເບິ່ງການປ່ຽນແປງຢ່າງລະທຶກໃຈທີ່ດໍາເນີນຢູ່ໃນນະຄອນໂອຊາກະ. ໂຄມໄຟຟ້າທີ່ໄຕ້ຕາມທ້ອງຖະໜົນເລີ່ມເຂົ້າມາແທນໂຄມໄຟທີ່ໃຊ້ແກສແລະນໍ້າມັນ ຕຶກໃຫຍ່ແບບຕາເວັນຕົກຜຸດຂຶ້ນຫຼັງແລ້ວຫຼັງເລົ່າຕາມຖະໜົນໃຫຍ່. ລົດລາງໄຟຟ້າແອອັດດ້ວຍຜູ້ຄົນທີ່ເດີນທາງໄປຕາມທາງສັນຈອນຫຼັກ. ການໄດ້ເຫັນລົດລາງໄຟຟ້າ ເຮັດໃຫ້ຊາຍໜຸ່ມມັຕສຸຊິຕະມີຄວາມຫຼົງໄຫຼໃນໂລກຂອງໄຟຟ້າ. ໃນຊ່ວງນີ້ເອງ ທີ່ລາວຕັດສິນໃຈວ່າ ຕົນເອງຈະອຸທິດອາຊີບຂອງຕົນໃຫ້ແກ່ອຸດສາຫະກໍາໄຟຟ້າແບບໃໝ່ທີ່ມີຄວາມຫວັງສົດໃສ.

         ພາລະກິດທ້າທາຍຢູ່ໃນຂະແໜງການໃໝ່ຂອງລາວ ເລີ່ມຕົ້ນໃນປີ 1910 ຂະນະທີ່ລາວມີອາຍຸສິບຫ້າປີ. ລາວເຂົ້າຮ່ວມບໍລິສັດແສງໄຟຟ້າໂອຊາກະ ໂດຍເປັນພະນັກງານຝຶກຫັດເດີນສາຍໄຟ. ລາວເຮັດວຽກໜັກກວ່າທີ່ເຄີຍເປັນເດັກຝຶກງານ ແລະມີກ້າວໜ້າຢ່າງໄວວາ ຈົນກ້າວໄປຢູ່ໃນຕໍາແໜ່ງຜູ້ກວດກາຕາມທີ່ຕົນເອງປາຖະໜາໃນເວລາອັນສັ້ນ. ແຕ່ຂະນະທີ່ຖານະຕໍາແໜ່ງໃໝ່ມີຄວາມຮັບຜິດຊອບຫຼາຍຂຶ້ນ ວຽກທາງດ້ານເຕັກນິກທີ່ແທ້ຈິງຂອງລາວກໍມີໜ້ອຍລົງ. 

        ໂກໂນຊຸເກະໃນໄວຊາວສອງປີ ເປັນຊາຍໜຸ່ມສະຫຼາດສະຫຼຽວ ແລະ ເຮັດວຽກຂະຫຍັນຂັນແຂງ ເຂົ້າໃຈດີກ່ຽວກັບທ່າແຮງອັນຍິ່ງໃຫຍ່ຂອງພະນັກງານໄຟຟ້າ ລາວຫງຸດຫງິດ ແລະທໍ່ແທ້ກັບກິດຈະວັດປະຈໍາວັນຢູ່ໃນຕໍາແໜ່ງຂອງຕົນຢ່າງໄວວາ. ແຕ່ແລ້ວ ລາວມີບັນຫາດ້ານສຸຂະພາບ ຊຶ່ງລາວຈໍາເປັນຕ້ອງພັກຜ່ອນຢູ່ເຮືອນເປັນເວລານານ. ຄວາມໃຝ່ຝັນຢາກເຮັດວຽກທີ່ທ້າທາຍມີຫຼາຍຂຶ້ນ ຊຶ່ງລາວສາມາດເຮັດໄດ້ຢູ່ທີ່ເຮືອນນັ້ນ ໄດ້ເຮັດໃຫ້ລາວເກີດມີຄວາມຄິດໃນການເຮັດທຸລະກິດເປັນຂອງຕົນເອງ.

        ລາວໃຊ້ເວລາອອກແບບຮູປັກສຽບໄຟຟ້າແບບໃໝ່ ແລະເມື່ອລາວແນະນໍາໃຫ້ບໍລິສັດຜະລິດສິ່ງທີ່ລາວຄິດຄົ້ນເປັນຈໍານວນຫຼວງຫຼາຍ ບໍລິສັດກໍປະຕິເສດຄວາມຫວັງດີນັ້ນ ດັ່ງນັ້ນ ລາວຈຶ່ງຕັດສິນໃຈອອກແບບຄືນອີກ ແລ້ວເລີ່ມເຮັດທຸລະກິດດ້ວຍຕົນເອງ. ຕອນນັ້ນແມ່ນປີ 1917 ແລະມັຕສຸຊິຕະມີອາຍຸຊາວສອງປີ. ທັນທີທີ່ອອກຈາກບໍລິສັດໄຟຟ້າໂອຊາກະ ລາວກໍເລີ່ມວາງແຜນຜະລິດຮູປັກສຽບໄຟຟ້າຂອງຕົນເອງ ໂດຍເອົາເງິນຝາກປະຢັດຢູ່ທະນາຄານແລະເງິນທັງໝົດທີ່ລາວທ້ອນຫອມອອມຮິບຈາກການໃຊ້ຈ່າຍ ເພື່ອນໍາມາລົງທຶນ. 

    ເຖິງປານນັ້ນທຶນຮອນກໍຍັງບໍ່ພຽງພໍ ການຜະລິດຮູປັກສຽບໄຟຟ້່າບໍ່ໄດ້ດໍາເນີນໄປຢ່າງລາບລື້ນຕາມທີ່ລາວຄາດຫວັງໄວ້. ໃນທີ່ສຸດ ຍ້ອນເພື່ອນຄົນໜຶ່ງໃຫ້ຢືມເງິນ ບວກກັບເງິນຂອງເມຍທີ່ໄດ້ຈາກການເອົາຊຸດກິໂມໂນໄປຈໍານໍາ ແລະມີການສັ່ງຈ່ອງເຂົ້າມາ ເພື່ອໃຫ້ຜະລິດຖານຕັ້ງໃບພັດລົມໃນທ້າຍປີ ຈຶ່ງເຮັດໃຫ້ການສ່ຽງໃນການລົງທຶນຂອງລາວໄດ້ຜົນກໍາໄລເປັນຄັ້ງທໍາອິດ. ປີຕໍ່ມາ ໂຮງງານຜະລິດເຄື່ອງໃຊ້ໄຟຟ້າມັຕສຸຊິຕະກໍໄດ້ເປີດໂຕຢ່າງເປັນທາງການໃນວັນທີ 7 ມີນາ ປີ 1918 ໂດຍລາວເອງເປັນເຈົ້າຂອງ ສ່ວນມູເມໂນະ ເມຍແລະໂຕຊິໂອະອິອຸເອະນ້ອງເມຍຂອງລາວ ຊຶ່ງຂະນະນັ້ນອາຍຸພຽງສິບຫ້າປີ (ຄົນນີ້ຕໍ່ມາເປັນຜູ້ກໍ່ຕັ້ງບໍລິສັດໄຟຟ້າຊານໂຢ) ເປັນພະນັກງານ.

 

ມັຕສຸຊິຕະສືບຕໍ່ຜະລິດຖານຕັ້ງໃບພັດລົມໄຟຟ້າ ແລະຍັງເລີ່ມຄິດຄົ້ນອາດັບເຕີປັກສຽບເພື່ອໃຊ້ຢູ່ໃນຄົວເຮືອນ. ໃນໄລຍະທໍາອິດທີ່ມີການໃຊ້ໄຟຟ້ານັ້ນ ຢູ່ໃນຄົວເຮືອນ ເຂົາເຈົ້າຕິດຕັ້ງບ່ອນກະຈາຍໄຟຟ້າພຽງບ່ອນດຽວຢູ່ເທິງເພດານຫ້ອງໂຖງ. ມັຕສຸຊິຕະມອງເຫັນຄວາມຕ້ອງການໃນການອອກແບບຂອງລາວ ຊຶ່ງຈະເຮັດໃຫ້ແຕ່ລະຄົວເຮືອນສາມາດໃຊ້ເຄື່ອງໃຊ້ໄຟຟ້າຢູ່ສອງບ່ອນພ້ອມກັນ. ຕໍ່ມາ ເມື່ອໂຄງການຜະລິດໝໍ້ໄຟສໍາລັບໄຟເຍືອງລົດຖີບສໍາເລັດແລ້ວ ແລະໄດ້ເລີ່ມນໍາອອກຂາຍທົ່ວປະເທດຢ່າງໄວວາ ບໍລິສັດນີ້ກໍຢູ່ໃນຖານະດີ ແລະກ້າວເດີນໄປສູ່ຄວາມສໍາເລັດຢ່າງແທ້ຈິງ.


ความคิดเห็น

ອ່ານເພີ່ມ

ບໍລິສັດ ຊືເຟິງ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ( LXML ) ບໍ່ຄໍາ-ທອງເຊໂປນ ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ ສໍາລັບຜົນງານໃນການສະກັດກັ້ນກັບການລະບາດຂອງພະຍາດ COVID – 19.

  ບໍລິສັດ ຊືເຟິງ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ( LXML ) ບໍ່ຄໍາ-ທອງເຊໂປນ ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ ສໍາລັບຜົນງານໃນການສະກັດກັ້ນກັບການລະບາດຂອງພະຍາດ COVID – 19.         ພິທີປະກາດ ແລະ ມອບຮັບລາງວັນດັ່ງກ່າວແມ່ນໄດ້ຈັດຂຶ້ນໃນວັນທີ 13 ພະຈິກ ປີ 2020 ຜ່ານມາ ທີ່ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2020 ( ASEAN Business and Investment Summit – ABIS 2020 ) ທີ່ນະຫຼວງຮ່າໂນ້ຍ ສສ ຫວຽດນາມ. ລາງວັນດັ່ງກ່າວແມ່ນລາງວັນທຸລະກິດດີເດັ່ນໃນພາກພື້ນ ທີ່ໄດ້ປະກອບສ່ວນຕໍ່ກັບການປ້ອງກັນພະຍາດ ໂຄວິດ - 19 ຂອງບໍລິສັດ ຊືເຟິງລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ( LXML ) ໂດຍໄດ້ຖືກຄັດເລືອກຈາກຫຼາຍຮ້ອຍຫົວໜ່ວຍທຸລະກິດ ແລະ ນັກລົງທຶນໃນພາກພື້ນ. ທ່ານ ພໍ ແຮຣິສ ຜູ້ຈັດການໃຫຍ່ LXML ໄດ້ກ່າວວ່າ : ລາງວັນອັນຊົງກຽດນີ້ ແມ່ນໝາກຜົນຄວາມມຸ້ງໝັ້ນ ແລະ ຄວາມເອົາໃຈໃສ່ສູງສຸດຂອງລັດຖະບານລາວ ແລະ ບັນດາພະນັກງານຂອງບໍລິສັດ LXML ໃນການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ COVID – 19 ທີ່ພວກເຮົາໄດ້ຮັບມືກັບການລະບາດຂອງພະຍາດດັ່ງກ່າວໃນຄັ້ງນີ້ ຄືດັ່ງກັບການຮັບມືກັບວິກິດການໃດໜຶ່ງ ກ່ອນທີ່ມັນຈະເກີດຂຶ້ນຕົວຈິງ.  ຜ່ານການຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ຄວ...

ຫຼັກການບໍລິຫານເວລາ

ເວລາເປັນນາມມະທຳ ຊຶ່ງບໍ່ສາມາດຈັບຕ້ອງໄດ້ ແຕ່ຊ້ຳພັດມີຄວາມສຳຄັນຫຼາຍຕໍ່ການດຳລົງຊີວິດຂອງມວນມະນູດ ຈົນບໍ່ອາດປະເມີນຄ່າໄດ້ ແລະ ບໍ່ສາມາດໃຊ້ເງິນຊື້ມາໄດ້. ໃນໜຶ່ງໆມື້ ທຸກຄົນມີເວລາ 24ຊົ່ວໂມງເທົ່າກັນ ແຕ່ຫຼາຍຄົນມັກເວົ້າວ່າ “ ບໍ່ມີເວລາ ” ສາເຫດກໍຍ້ອນວ່າຄົນເຫຼົ່ານັ້ນນຳໃຊ້ເວລາຢ່າງຜິດໆ ຈຶ່ງເຮັດໃຫ້ວຸ້ນວາຍ ແລະ ເຮັດວຽກຢ່າງບໍ່ມີປະສິດທິພາບເທົ່າທີ່ຄວນ. ດັ່ງນັ້ນ ການບໍລິຫານເວລາຈຶ່ງເປັນສິ່ງສຳຄັນ ຖ້າມີການຈັດສັນເວລາທີ່ດີ ເຮົາສາມາດເຮັດທຸກຢ່າງໄດ້ຕາມທີ່ຕ້ອງການ. ຊຶ່ງພວກເຮົາສາມາດປ່ຽນວິທີການບໍລິຫານເວລາທີ່ຖືກຕ້ອງ ແລະມີເວລາວ່າງຫຼາຍຂຶ້ນ ບໍ່ວ່າຈະເປັນການງານ ຫຼື ຊີວິດປະຈຳວັນເຊັ່ນ: ການຈັດການງານຫຼັກ: ໃນໜຶ່ງມື້ ເຮົາມັກຈະມີວຽກງານຫຼາຍໆຢ່າງເຂົ້າມາພ້ອມກັນ ຊຶ່ງຮູ້ດີວ່າເຮົາບໍ່ສາມາດເຮັດວຽກຫຼາຍຢ່າງໃນເວລາດຽວກັນໄດ້. ດັ່ງນັ້ນ ຫຼັກການບໍລິຫານເວລາ Eisenhower Method ຫຼື   ໂມເດລ ການບໍລິຫານເວລາ 4ສ່ວນ ຂອງປະທານາທິບໍດີໄອເຊນຮາວດ໌ ຜູ້ທີ່ບໍລິຫານເວລາໄດ້ຍອດຢ້ຽມທີ່ສຸດຄົນໜຶ່ງໃນປະຫວັດສາດ ຈຶ່ງເໝາະແກ່ການນໍາມາໃຊ້ໃນການບໍລິຫານເວລາຂອງການເຮັດວຽກໃຫ້ເປັນລະບົບ ແລະ ມີປະສິດທິພາບຍິ່ງຂຶ້ນຄື:   (1) ສິ່ງສໍາຄັນແລະເລັ່ງດ່ວນ ຄື ສິ່ງທີ່ຕ້ອງເຮັດທັນທີ ແລະ ໃຫ້ໄວທີ່ສ...

ມະຕິຕົກລົງໃຫ້ແມ່ຍິງຖືພາທຳຳແທ້ງໄດ້

ປະເທດໄທ ຄຣມ. ມີມະຕິຕົກລົງ ໃຫ້ຍິງຖືພາອາຍຸຄັນບໍ່ເກີນ 12ອາທິດ ທຳແທ້ງໄດ້. ຄະນະລັດທະມົນຕີມີມະຕິເຫັນດີຕົກລົງຮ່າງພຣະລາຊະບັນຍັດ ແກ້ໄຂເພີ່ມເຕີມປະມວນກົດໝາຍອາຍາຄວາມຜິດຖານລຸລູກ ຫຼືືືທຳແທ້ງ ໃນກໍລະນີຂອງຜູ້ຍິງທີ່ມີອາຍຸຄັນບໍ່ເກີນ 12ອາທິດ ເປັນທີ່ຮຽບຮ້ອຍແລ້ວ. ຣັດຊະດາ ທະນາດິເຣກ ຮອງໂຄສະນາປະຈຳສຳນັກນາຍົກລັດຖະມົນຕີ ຖະແຫຼງພາຍຫຼັັງການປະຊຸມຄະນະລັດຖະມົນຕີ ເລື່ອງກົດໝາຍການທຳແທ້ງວ່າ ລັດທະບານເຫັນດີຕົກລົງແກ້ໄຂເພີ່ມເຕີມປະມວນກົດໝາຍອາຍາຄວາມຜິດຖານເຮັດໃຫ້ແທ້ງລູກ ປະກອບດ້ວຍ ມາດຕາ 301 ແລະ ມາດຕາ 305 ຫຼັັງຈາກ ມີຂໍ້ວິນິດໄສຕາມສານລັດທະທຳມະນູນວ່າ ການຫ້າມການທຳແທ້ງນັ່ນຂັດຕໍ່ລັດທະທຳມະນູນ ມາດຕາ 27 ທີ່ລະບຸວ່າ ບຸກຄົນຍ່ອມສະເໝີກັນໃນກົດໝາຍເທົ່າທຽບກັນ ແລະ ມາດຕາ 28 ວ່າ ບຸກຄົນຍ່ອມມີສິິິດທິ ແລະ ເສລີພາບໃນຊີວິດປະຈຳວັນ. . อ้างอิงจาก https://www.thairath.co.th/news/politic/1978321 https://www.bangkokbiznews.com/news/detail/908269 https://www.matichon.co.th/politics/news_202346 #Brief #TheMATTER