ข้ามไปที่เนื้อหาหลัก

บทความ

กำลังแสดงโพสต์จาก ธันวาคม 25, 2020

ຈົດຫມາຍເຖິງຊານຕ້າ

  ເປັນເລື່ອງລາວທີ່ໜ້າອົບອຸ່ນຫົວໃຈຕ້ອນຮັບວັນຄຣິສມາສ ເມື່ອມີເດັກຊາຍໄວ 6 ປີ ຊາວໄອຣິສ ທີ່ຊື່ວ່າ Callum Thornhill ໄດ້ສົ່ງຈົດໝາຍຫາບໍລິສັດຢາ Pfizer ເຊິ່ງເປັນຜູ້ຜະລິດວັກຊີນໂຄວິດ-19 ເຊິ່ງຫາກໍສຳເລັດ ແລະ ເລີ່ມແຈກຈ່າຍແລ້ວ ໃຫ້ສົ່ງວັກຊີນໄປທີ່ຂົ້ວໂລກເໜືອໃຫ້ຊານຕາຄຼອສ ແລະ ເອລຟ໌ ຂອງລາວ. . "ເຖິງ Pfizer, ຂ້ອຍໄດ້ຍິນວ່າເຈົ້າຄິດຄົ້ນວັກຊີນໃໝ່ສຳລັບໂຄໂຣນາໄວຣັສໄດ້ແລ້ວ. ເຮັດໄດ້ດີຫຼາຍ. ເຈົ້າຊ່ວຍສົ່ງມັນໄປທີ່ຂົ້ວໂລກເໜືອໃຫ້ຊານຕ້າ ແລະ ເອລຟ໌ຂອງລາວໄດ້ບໍ່? ເຮົາຢາກຈະປົກປ້ອງວັນຄຣິສມາສ ແລະ ຕ້ອງການໃຫ້ເດັກນ້ອຍທຸກຄົນມີຄວາມສຸກ," ນີ້ແມ່ນຂໍ້ຄວາມຈາກຈົດໝາຍຂອງເດັກຊາຍຄົນນັ້ນ. . ຫຼັງຈາກນັ້ນບໍ່ເທົ່າໃດອາທິດ Pfizer ໃນໄອແລນກໍໄດ້ສົ່ງພັດສະດຸ ແລະ ຈົດໝາຍຕອບກັບ ໂດຍໄດ້ຂອບໃຈເດັກຊາຍ ສຳລັບກຳລັງໃຈໃນການພັດທະນາວັກຊີນ ແລະ ຍັງບອກວ່າເດັກໆທຸກຄົນຢູ່ໃນລາຍຊື່ຂອງຊານຕ້າ ເພາະພວກເຂົາລ້າງມືໃຫ້ສະອາດຢູ່ສະເໝີ ແລະ ຊ່ວຍເຫຼືອຄົນຢູ່ເຮືອນໄດ້ເປັນຢ່າງດີ. . Pfizer ຍັງບອກອີກວ່າ ໄດ້ຕິດຕໍ່ກັບຊານຕ້າ ແລະ ເອລຟ໌ແລ້ວ ເຊິ່ງພວກເຂົາຕ່າງກໍປອດໄພດີ ແລະ ພ້ອມທີ່ຈະສົ່ງຂອງຂວັນໃນຄຣິສມາສອີຟອີກດ້ວຍ. . ທັງນີ້, Pfizer-BioNTech ເປັນບໍລິສັດທຳອິດທີ່ວັກຊີນໂຄວິດ-19 ໄດ້ຮັບການຮັບຮອງ ແລະ ມີການ...