ກອງປະຊຸມໃຫຍ່ອົງຄະນະພັກແຂວງສະຫວັນນະເຂດ ຄັ້ງທີ IX ໄຂຂຶ້ນຢ່າງເປັນທາງການແລ້ວ ຕອນເຊົ້າວັນທີ 20 ພະຈິກ 2020 ທີ່ຫໍວັດທະນະທຳໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ໄຂກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຂຶ້ນ ພາຍໃຕ້ຄຳຂັວນ ຍົກສູງຄວາມສາມາດນຳພາຂອງພັກ,ເສີມຂະຫຍາຍມູນເຊື້ອຄວາມສາມັກຄີປອງດອງ, ສຸມທຸກກຳລັງແຮງຫັນກະສິກຳ - ປ່າໄມ້ ເປັນທັນສະໄໝ ຕາມທິດຍືນຍົງ, ພັດທະນາແລວເສດຖະກິດໃຫ້ເປັນສູນກາງການບໍລິການຂອງພາກພື້ນ ສ້າງແຂວງສະຫວັນນະເຂດໃຫ້ເຂັ້ມແຂງໜັກແໜ້ນ ປະຊາຊົນມີຄວາມຜາສຸກ. ໂດຍການເປັນປະທານກອງປະຊຸມຂອງ ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປລາວ ບັນດາສະຫາຍຜູ້ແທນສົມບູນທັງໝົດຈຳນວນ 455 ສະຫາຍ, ຍິງ 79 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວແຂວງ ຈຳນວນ 29.075 ສະຫາຍ ຍິງ 6.810ສະຫາຍ. ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ໄດ້ກ່າວໄຂກອງໃຫຍ່ຢ່າງເປັນທາງການ ແລະ ກໍໄດ້ຜ່ານບົດລາຍງານການເມືອງທັງສອງພາກ ພ້ອ...