❄️❄️ ຫວຽດນາມ 🇻🇳🇻🇳ຫິມະຕົກ ປັບຕົວບໍ່ທັນເກີດອຸບັດເຫດ ແລະ ມີສັດລົ້ມຕາຍ ຈາກອາກາດໜາວເຢັນ ແຂວງລາວກາຍ ( Lào Cai) ຢູ່ທິດຕາເວັນຕົກສ່ຽງເໜືອຂອງ ສສ ຫວຽດນາມ ເຂດພູສູງຫິມະຕົກ ເຊິ່່ງເລີ່ມຕົກແຕ່ວັນທີ 11 ມັງກອນ 2021 ຜ່ານມາ. ເຊົ້າວັນນີ້ ຫິມະສະສົມໜາ 10 ຊັງຕີແມັດ, ລົດຂຶ້ນພູເກີດອຸບັດເຫດຫຼາຍຄັ້ງເນື່ອງຈາກເສັ້ນທາງມື່ນ, ມີສັດເຊັ່ນ: ງົວ,ຄວາຍ ເລີ່ມລົ້ມຕາຍຈາການປັບຕົວບໍ່ທັນ ລວມທັງພືດຜັກກໍ່ໄດ້ຮັບຄວາມເສຍຫາຍຈາກຫິມະ. ຄາດວ່າຫິມະຈະຕົກ ແລະ ອາກາດໜາວເຢັນຫຼາຍ ຕະຫຼອດອາທິດນີ້ ອຸນຫະພູມຕໍ່າສຸດ 3 ຫາ -3 ອົງສາ ບາງເຂດມີຝົນຕົກທີ່ຫວຽດນາມ. ພາບ: Zing