ข้ามไปที่เนื้อหาหลัก

บทความ

กำลังแสดงโพสต์จาก พฤษภาคม 13, 2023

อาหารลาว | ອາຫານລາວ

ເມື່ອເວົ້າເຖິງອາຫານພື້ນບ້ານທີ່ສືບຖອດມາແຕ່ສະໄໝອີ່ປູ່ອີ່ຍ່າ ກໍຄົງບໍ່ມົ້ມເມນູຜັກລວກກິນກັບແຈ່ວປາແດກແຊບອີ່ຫຼີພີ່ນ້ອງເອີ່ຍ. เมื่อกล่าวถึง อาหารลาวพื้นบ้านที่สืบทอดกันมาตั้งแต่เวลาหลายปี ก็ไม่ลืมเมนูนี้ คือ ผักลวกินกับ น้ำพริกปลาร้า หลือ แจ่วปลาแดกนั้นเอง ขุ้ยกับข้าวเหนียวอร่อยมากเลยค่ะ.  

ຕຳນານທົ່ງນາເງືອກ

 ທົ່ງນາເງືອກ ແຂວງສະຫວັນນະເຂດ ເມືອງວິລະບູລີ ຢູ່ໃນເຂດສຳປະທານບໍ່ຄຳ-ທອງເຊໂປນ ປັດຈຸບັນແມ່ນເປັນມໍຣະດົກສະຖານ ມີເນື້ອທີ່ 3.66 ເຮັກຕາ, ທິດເໜືອ 103 ແມັດ, ທິດໃຕ້ 92 ແມັດ, ທິດຕາເວັນອອກ 73 ແມັດ ແລະ ທິດຕາເວັນຕົກ 87 ແມັດ. ປະຫວັດຄວາມເປັນມາ ຫຼື ຕຳນານທົ່ງນາເງືອກນັ້ນ ໃນອະດີດຫຼາຍຮ້ອຍປີມາແລ້ວໃນບໍລິເວນໃກ້ຄຽງ ທົ່ງນາເງືອກ ເຄີຍມີຄົນອາໄສຢູ່ເປັນຖິ່ນຖານ ທຳມາຫາກິນດ້ວຍຄວາມອຸດົມສົມບູນ, ເວລາຜ່ານໄປ ຄວາມອຸດົມສົມບູນເຫຼົ່ານີ້ກໍຈືດຈາງຫາຍໄປ ເພາະມີ “ເງືອກສອງໂຕ ຫຼື ເງືອກສອງຜົວເມຍ” ມາລົບກວນຊາວບ້ານ ເຊິ່ງຜູ້ເຖົ້າບາງຄົນເວົ້າວ່າ: ເງືອກສອງໂຕນີ້ ຖືກໄລ່ໃຫ້ໜີຈາກບໍລິເວນສາຍນ້ຳກະດິງ, ຍ້ອນວ່າເງືອກສອງຜົວເມຍນີ້ອາດຈະສົ່ງຜົນຮ້າຍມາໃຫ້ບ້ານເມືອງ ແລະ ອາດຈະກິນຄົນກິນເງືອກດ້ວຍກັນ. ເງືອກຄູ່ນີ້ລອຍລົງມາຕາມລຳນ້ຳຂອງ ຈົນຮອດສາຍນ້ຳເຊບັ້ງຫຽງ ເຂົ້າສູ່ລຳເຊກອກ ພາສາບຣູເອີ້ນວ່າ: ເດິເຣາະ ເພື່ອຊອກຫາເບິ່ງວ່າ: ສາຍນ້ຳສາຍໃດ? ວັງນ້ຳວັງໃດ? ບໍ່ທັນມີເຈົ້າມີຈອມ ຫຼື ບໍ່ມີອິດທິພົນເໜືອກວ່າຕົນເອງກໍຈະຢູ່ບ່ອນນັ້ນ.ຕໍ່ມາກໍພາກັນ ແວ່ເຂົ້າໄປຕາມຫ້ວຍຕະນົງ ເຊິ່ງມີຍອດນ້ຳຢູ່ບໍລິເວນເຢີ້ນພູຜາດ່າງ ແລະ ໄຫຼລົງມາຢ່ອງໃສ່ນ້ຳກອກ, ສະເພາະເງືອກຕົວເມຍ ແທນທີ່ຈະປ່ຽນການກະທຳເກົ່າທີ່ບໍ່ດີ ແຕ່ຊ້ຳພັດບີບບ...