ข้ามไปที่เนื้อหาหลัก

ກອງປະຊຸມຂອງອົງຄະນະພັກແຂວງສະຫວັນນະເຂດ

ກອງປະຊຸມໃຫຍ່ອົງຄະນະພັກແຂວງສະຫວັນນະເຂດ ຄັ້ງທີ IX ໄຂຂຶ້ນຢ່າງເປັນທາງການແລ້ວ



ຕອນເຊົ້າວັນທີ 20 ພະຈິກ 2020 ທີ່ຫໍວັດທະນະທຳໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ໄຂກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຂຶ້ນ ພາຍໃຕ້ຄຳຂັວນ ຍົກ​ສູງ​ຄວາມ​ສາ​ມາດ​ນຳ​ພາ​ຂອງ​ພັກ,​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ຄວາມ​ສາ​ມັກ​ຄີ​ປອງດອງ, ສຸມ​ທຸກ​ກຳ​ລັງ​ແຮງ​ຫັນ​​ກະ​ສິ​ກຳ - ປ່າ​ໄມ້ ເປັນ​ທັນ​ສະ​ໄໝ ຕາມ​ທິດ​ຍືນ​ຍົງ, ພັດ​ທະ​ນາ​ແລວ​​ເສດ​ຖະ​ກິດ​ໃຫ້​ເປັນ​ສູນ​ກາງ​ການ​ບໍ​ລິ​ການ​ຂອງ​ພາກ​ພື້ນ ສ້າງ​ແຂວງ​ສະ​ຫວັນ​ນະ​ເຂດ​ໃຫ້​ເຂັ້ມ​ແຂງ​ໜັກ​ແໜ້ນ ປະ​ຊາ​ຊົນ​ມີ​ຄວາມ​ຜາ​ສຸກ. ໂດຍການເປັນປະທານກອງປະຊຸມຂອງ ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ

ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປລາວ ບັນດາສະຫາຍຜູ້ແທນສົມບູນທັງໝົດຈຳນວນ 455 ສະຫາຍ, ຍິງ 79 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວແຂວງ ຈຳນວນ 29.075 ສະຫາຍ ຍິງ 6.810ສະຫາຍ.

ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ໄດ້ກ່າວໄຂກອງໃຫຍ່ຢ່າງເປັນທາງການ ແລະ ກໍໄດ້ຜ່ານບົດລາຍງານການເມືອງທັງສອງພາກ ພ້ອມທັງຕີລາຄາຄືນຜົນຂອງການຈັດຕັ້ງມະຕິກອງປະຊຸມຄັ້ງທີ 8 ຂອງອົງຄະນະພັກແຂວງ. ເຮັດໃຫ້ແຂວງສະຫວັນນະເຂດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ເສດຖະ ກິດຂະຫຍາຍຕົວຕາມ​ແຜນ​ການ​ທີ່​ວາງ​ໄວ້, ວັດທະນະທຳສັງຄົມໄດ້ຮັບການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ, ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍໄດ້ຮັບການຈັດຕັ້ງປະຕິບັດຢ່າງທົ່ວ​ເຖິງ, ກົງຈັກການຈັດຕັ້ງຂອງ ພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະອົງການຈັດ ຕັ້ງສັງຄົມແຕ່ລະຂັ້ນໄດ້ຮັບການປັບປຸງດີຂຶ້ນ. 



ສຳລັບວຽກງານກໍ່ສ້າງພັກ-ພະນັກງານ ໄດ້ເອົາໃຈໃສ່ນໍາພາກໍ່ສ້າງ ແລະ ປັບປຸງການຈັດຕັ້ງຮາກຖານພັກໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ເຮັດໃຫ້ການຈັດຕັ້ງພັກເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ, ສາມາດເປັນແກນນຳໃນລະບົບການເມືອງຢູ່ແຕ່ລະຂັ້ນ; ທົ່ວແຂວງມີ  227 ຄະນະພັກຮາກຖານ, ເພີ່ມຂຶ້ນ 26 ຄະນະພັກຮາກຖານ ແລະ ມີ 1ພັນ 939 ໜ່ວຍພັກ, ເພີ່ມຂຶ້ນ 280 ໜ່ວຍພັກ; ໃນນີ້, ໄດ້ຮັບຮອງເປັນໜ່ວຍພັກເຂັ້ມແຂງ-ຮູ້ນຳພາຮອບດ້ານ ແລະ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ລວມທັງໝົດ 1ພັນ 654 ໜ່ວຍ ເທົ່າກັບ 85% ທຽບ ໃສ່ສະໄໝຜ່ານມາ ເພີ່ມຂຶ້ນ 637 ໜ່ວຍ, ຂະຫຍາຍສະມາຊິກພັກໃໝ່ 6ພັນ 773 ສະຫາຍ; ມີສະມາຊິກພັກທັງໝົດ 29ພັນ 75 ສະຫາຍ, ຍິງ 6ພັນ 810 ສະຫາຍ; ໃນນັ້ນສະມາຊິກພັກສົມບູນໄດ້ຮັບບັດ​ສະ​ມາ​ຊິກ​ພັກ 79%, ໄດ້​​ນຳ​ພາ​ດຳ​ເນີນ​ປັບ​ປຸງ​ປົວ​ແປງ​ພັກ ສາມາດເສີມຂະຫຍາຍໄດ້ລັກສະນະນຳໜ້າ  ແລະ ຄວາມສາມັກຄີເປັນເອກະພາບຂອງອົງຄະນະພັກ. ອັນພົ້ນເດັ່ນກໍແມ່ນການສ້າງບ້ານປ້ອງກັນຊາດເຂັ້ມແຂງ ໄດ້ 968 ບ້ານ, ບ້ານປ້ອງກັນຄວາມສະຫງົບດີ ໄດ້ 676 ບ້ານ ແລະ ບ້ານປອດຢາເສບຕິດ ໄດ້ 162 ບ້ານ. ໄດ້ຖືເອົາການພັດທະນາເສດຖະກິດເປັນໃຈກາງ ດ້ວຍ​ການສຸມທຶນຮອນ ແລະ ປຸກລະດົມທຸກພາກສ່ວນເຂົ້າຮ່ວມໃນການປະຕິບັດບັນດາໂຄງການຕ່າງໆໄດ້ວາງອອກເປັນຕົ້ນແມ່ນສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ຫັນການຜະລິດແບບທຳມະຊາດເຄິ່ງທຳມະຊາດໄປສູ່ການຜະລິດເປັນສິນຄ້າເທື່ອລະກ້າວ; 

ສ້າງເງື່ອນໄຂເອື້ອອຳນວຍຄວາມສະດວກໃຫ້ນັກທຸລະກິດ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະ ເທດ ເຂົ້າຮ່ວມໃນການລົງທຶນພັດທະນາແຂວງນັບມື້ນັບຫຼາຍຂຶ້ນ, ເສດຖະກິດຂອງແຂວງຂະຫຍາຍຕົວ ສະເລ່ຍໃນລະດັບ 8,53% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ (GDP) ຮອດປີ 2020 ບັນລຸໄດ້ 19ພັນ 955 ຕື້ກ່ວາກີບ, ສະເລ່ຍລາຍຮັບຕໍ່ຫົວຄົນ 19 ລ້ານກວ່າກີບຕໍ່ຄົນຕໍ່ປີ ຫຼື ເທົ່າກັບ  2ພັນ ໜຶ່ງຮ້ອຍ ກ່ວາໂດ​ລາສະຫະລັດຕໍ່ຄົນຕໍ່​ປີ ( ອັດ​ຕາ​ແລກ​ປ່ຽນໃນເດືອນ​ ຕຸ​ລາ 2020 ) ທຽບ​ໃສ່ 5 ປີຜ່ານມາ​ເພີ່ມຂຶ້ນ 351ໂດລາສະຫະລັດ ເທົ່າກັບ 19,66% ເກັບລາຍຮັບເຂົ້າງົບປະມານເພີ່ມຂຶ້ນ 26,17%; ການຄຸ້ມຄອງລາຍຈ່າຍຫັນເຂົ້າສູ່ການປະຢັດຢ່າງເຂັ້ມງວດ.



ການຄໍ້າປະກັນສະບຽງອາຫານໃນ 05 ປີ ຜ່ານມາສາມາດຜະລິດເຂົ້າ ສະເລ່ຍ 7- 8 ແສນໂຕນຕໍ່ປີ ເທົ່າກັບ 80%ຂອງແຜນການ, ສະເລ່ຍໃສ່ພົນລະເມືອງໄດ້ 725 ກິໂລ/ຄົນ/ປີ, ນອກຈາກນີ້ໄດ້ຜະລິດຊີ້ນ ປາ ແລະ ໄຂ່ ເຊິ່ງສາມາດສະໜອງສະບຽງອາຫານໄດ້ພຽງພໍກັບການບໍລິໂພກພາຍໃນ; ການຜະລິດກະສິກໍາເປັນສິນຄ້າກໍໄດ້ມີການຂະຫຍາຍຕົວ ເຮັດໃຫ້ປະຊາຊົນມີລາຍຮັບເພີ່ມຂຶ້ນ; ອັນພົ້ນເດັ່ນ: ສາມາດສ້າງໄດ້ຄອບຄົວຕົວແບບໃນການປູກ, ການລ້ຽງ ໄດ້ 216 ຄອບຄົວ, ສ້າງຕັ້ງກຸ່ມຜະລິດເປັນສິນຄ້າໄດ້ 506 ກຸ່ມ, ອຸດສາຫະກໍາ ແລະ ການຄ້າ ໄດ້ຮັບການປັບປຸງ ແລະ ສົ່ງເສີມ, ວິສາຫະກິດຂະໜາດນ້ອຍ ແລະ ກາງໄດ້ຂະຫຍາຍຕົວເພີ່ມຂຶ້ນ, ພື້ນຖານໂຄງລ່າງ ແລະ ການບໍລິການຄົມມະນາຄົມ, ຂົນສົ່ງ ໄດ້ຮັບການປັບ​ປຸງກໍ່​ສ້າງອອກສູ່ຊົນນະບົດ, ເສັ້ນທາງແຕ່ເທດສະບານແຂວງຫາບັນດາເມືອງສາມາດທຽວໄດ້ 2 ລະດູທຸກໆເມືອງ, ທາງປູຢາງແຕ່ເທດສະບານແຂວງຫາເມືອງ ເພີ່ມຂຶ້ນ 2 ເມືອງ, ມາຮອດປັດຈຸບັນເສັ້ນທາງແຕ່ເມືອງຫາບ້ານທຽວໄດ້ 2 ລະດູ ກວມເອົາ 80%; ໄດ້ສ້າງກັນຕະຝັ່ງເຈື່ອນແຄມຂອງໄລຍະທີ 1 ສໍາເລັດ 95,5 %, ພ້ອມກັນນີ້ຍັງໄດ້ເອົາໃຈໃສ່ຄຸ້ມຄອງ, ສ້ອມແປງ ແລະ ຟື້ນຟູເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງທ້ອງຖິ່ນ, ເສັ້ນທາງໃນຕົວເມືອງ ແລະ ຊົນນະບົດ ທີ່ຖືກເປ້ເພຈາກໄພທໍາມະຊາດ ສາມາດສັນຈອນໄປໄດ້ປົກກະຕິ; ການຂະຫຍາຍຕາໜ່າງໄຟຟ້າອອກສູ່ເຂດຊົນນະບົດຫ່າງໄກສອກຫຼີກໄດ້ 94 % ຂອງຈຳນວນບ້ານໃນທົ່ວແຂວງ, ຄອບຄົວໄດ້ຊົມໃຊ້ໄຟຟ້າ 97 % ຂອງຄອບຄົວທັງໝົດ, ໄດ້ປັບປຸງກົນໄກການປະສານງານຂອງບັນດາຂະແໜງການກ່ຽວຂ້ອງໃນການຄຸ້ມຄອງການຂຸດຄົ້ນ ປຸງແຕ່ງ ແລະ ສົ່ງອອກບັນດາແຮ່ທາດ ໄດ້ເຂົ້າສູ່ລະບຽບກົດໝາຍຢ່າງເຂັ້ມງວດ. 

ເຂດເສດຖະກິດພິເສດ ແຂວງສະຫວັນນະເຂດ ໄດ້​ມີ​ບໍ​ລິ​ສັດ​ມາ​ຈົດ​ທະ​ບຽນ​ລົງ​ທຶນ​ ​ຈຳ​ນວນ 95 ບໍ​ລິ​ສັດ, ມີ​ມູນ​ຄ່າ​ການ​ລົງ​ທຶນ​ທັງ​ໝົດ 354 ລ້ານ​ໂດ​ລາ​ສະ​ຫະ​ລັດ, ສາ​ມາດສ້າງວຽກເຮັດໃຫ້ປະຊາຊົນໄດ້ 2ພັນ 626 ຄົນ, ໄດ້ສ້າງແຜນຍຸດທະສາດການຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານຂອງແຂວງ ຕາມທິດສີຂຽວ ແລະ ຍືນຍົງ, ເອົາໃຈໃສ່ຈັດສັນສໍາຫຼວດວັດແທກ ແລະ ອອກໃບຕາດິນ, ຄຸ້ມຄອງການເຊົ່າສໍາປະທານທີ່ດິນຕາມລະບຽບກົດໝາຍ.

ຂົງເຂດວັດທະນະທໍາ-ສັງຄົມ ໄດ້ສຸມໃສ່ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ຍຸດທະສາດການສຶກສາ ແລະ ນະໂຍບາຍການສຶກສາເຊິ່ງມີຜົນສໍາເລັດບັນລຸໄດ້ຕາມຄາດໝາຍໃນຫຼາຍດ້ານ, ອັດຕາການເຂົ້າຮຽນຂອງນັກຮຽນແຕ່ລະຊັ້ນເພີ່ມຂຶ້ນ, ອັດຕາການປະລະການຮຽນ ແລະ ຄ້າງຫ້ອງຫຼຸດລົງ; ອັນພົ້ນເດັ່ນ: ແມ່ນປະກາດຈົບຊັ້ນປະຖົມ ແລະ ຈົບຊັ້ນມັດທະຍົມຕົ້ນບໍາລຸງໄດ້ໃນທົ່ວແຂວງ, ປັດຈຸບັນຕາໜ່າງການສຶກສາກວມ 100%  ເດັກໃນເກນອາຍຸໄດ້ເຂົ້າຮຽນເປັນສ່ວນຫຼາຍ, ປະຕິບັດແຜນຍຸດທະສາດ ແລະ ນະໂຍບາຍ ຕິດພັນກັບການປັບປຸງຄຸນນະພາບການບໍລິການ ຂອງຂະແໜງການສາທາລະນະສຸກໃນທຸກຂັ້ນ. ພ້ອມນັ້ນກໍໄດ້ຍົກໃຫ້ເຫັນວຽກງານຂົງເຂດບໍລິຫານລັດ, ນິຕິບັນຍັດ, ຕຸລາການ ແລະ ຍຸຕິທຳ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຂົງເຂດວຽກງານພົວພັນຕ່າງປະເທດ, ວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ ໄດ້ສຸມໃສ່ປະຕິບັດຕາມດໍາລັດ 348/ລບ ປະເມີນບ້ານພົ້ນທຸກໄດ້ 566 ບ້ານ, ເທົ່າກັບ 55% ຂອງຈໍານວນບ້ານທັງໝົດ.

ອັນພົ້ນເດັ່ນ: ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນບ້ານຄໍາປ່າແໜ ເມືອງຊົນ​ນະ​ບູ​ລີ ໂດຍການມີສ່ວນຮ່ວມຂອງ ທ່ານ ເກຍ ອູ່ສິດທິເດດ ເຈົ້າຂອງໂຮງງານນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ,ປັດຈຸບັນກຳລັງສຸມໃສ່​ແກ້​ໄຂ​ຄວາມ​ທຸກ​ຍາກຂອງ​ປະ​ຊາ​ຊົນ ເຂດຈຸດສຸມຕັງອາໄລ ເມືອງນອງ ໂດຍການມີສ່ວນຮ່ວມຂອງ } ໂຄງການຮ່ວມໃຈສາຍໄຍໂລມາຄຳ ~ ເຊິ່ງໂຄງ​ການ​ດັ່ງ​ກ່າວແມ່ນ​ການ​ຮ່ວມ​ທຶນຈາກ ທ່ານ ເກຍ ອູ່ສິດເດດ ແລະ ທ່ານ ສາຍ​ສະ​ໝອນ ກວານ​ເມືອງ​ຈັນ ເພື່ອ​ພັດ​ທະ​ນາ​ທ້ອງ​ຖິ່ນ​ດັ່ງ​ກ່າວ​ໃຫ້​ຫຼຸດ​ພົ້ນ​ຈາກ​ຄວາມ​ທຸກ​ຍາກ​ຢ່າງ​ເປັນ​ຮູບ​ປະ​ທຳ.

ຂ່າວ-ພາບ: ນັກປະພັນ-ນັກສິລະປິນ ຖີ່ນສະຫວັນ

ความคิดเห็น

ອ່ານເພີ່ມ

ບໍລິສັດ ຊືເຟິງ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ( LXML ) ບໍ່ຄໍາ-ທອງເຊໂປນ ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ ສໍາລັບຜົນງານໃນການສະກັດກັ້ນກັບການລະບາດຂອງພະຍາດ COVID – 19.

  ບໍລິສັດ ຊືເຟິງ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ( LXML ) ບໍ່ຄໍາ-ທອງເຊໂປນ ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ ສໍາລັບຜົນງານໃນການສະກັດກັ້ນກັບການລະບາດຂອງພະຍາດ COVID – 19.         ພິທີປະກາດ ແລະ ມອບຮັບລາງວັນດັ່ງກ່າວແມ່ນໄດ້ຈັດຂຶ້ນໃນວັນທີ 13 ພະຈິກ ປີ 2020 ຜ່ານມາ ທີ່ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2020 ( ASEAN Business and Investment Summit – ABIS 2020 ) ທີ່ນະຫຼວງຮ່າໂນ້ຍ ສສ ຫວຽດນາມ. ລາງວັນດັ່ງກ່າວແມ່ນລາງວັນທຸລະກິດດີເດັ່ນໃນພາກພື້ນ ທີ່ໄດ້ປະກອບສ່ວນຕໍ່ກັບການປ້ອງກັນພະຍາດ ໂຄວິດ - 19 ຂອງບໍລິສັດ ຊືເຟິງລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ( LXML ) ໂດຍໄດ້ຖືກຄັດເລືອກຈາກຫຼາຍຮ້ອຍຫົວໜ່ວຍທຸລະກິດ ແລະ ນັກລົງທຶນໃນພາກພື້ນ. ທ່ານ ພໍ ແຮຣິສ ຜູ້ຈັດການໃຫຍ່ LXML ໄດ້ກ່າວວ່າ : ລາງວັນອັນຊົງກຽດນີ້ ແມ່ນໝາກຜົນຄວາມມຸ້ງໝັ້ນ ແລະ ຄວາມເອົາໃຈໃສ່ສູງສຸດຂອງລັດຖະບານລາວ ແລະ ບັນດາພະນັກງານຂອງບໍລິສັດ LXML ໃນການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ COVID – 19 ທີ່ພວກເຮົາໄດ້ຮັບມືກັບການລະບາດຂອງພະຍາດດັ່ງກ່າວໃນຄັ້ງນີ້ ຄືດັ່ງກັບການຮັບມືກັບວິກິດການໃດໜຶ່ງ ກ່ອນທີ່ມັນຈະເກີດຂຶ້ນຕົວຈິງ.  ຜ່ານການຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ຄວ...

ຫຼັກການບໍລິຫານເວລາ

ເວລາເປັນນາມມະທຳ ຊຶ່ງບໍ່ສາມາດຈັບຕ້ອງໄດ້ ແຕ່ຊ້ຳພັດມີຄວາມສຳຄັນຫຼາຍຕໍ່ການດຳລົງຊີວິດຂອງມວນມະນູດ ຈົນບໍ່ອາດປະເມີນຄ່າໄດ້ ແລະ ບໍ່ສາມາດໃຊ້ເງິນຊື້ມາໄດ້. ໃນໜຶ່ງໆມື້ ທຸກຄົນມີເວລາ 24ຊົ່ວໂມງເທົ່າກັນ ແຕ່ຫຼາຍຄົນມັກເວົ້າວ່າ “ ບໍ່ມີເວລາ ” ສາເຫດກໍຍ້ອນວ່າຄົນເຫຼົ່ານັ້ນນຳໃຊ້ເວລາຢ່າງຜິດໆ ຈຶ່ງເຮັດໃຫ້ວຸ້ນວາຍ ແລະ ເຮັດວຽກຢ່າງບໍ່ມີປະສິດທິພາບເທົ່າທີ່ຄວນ. ດັ່ງນັ້ນ ການບໍລິຫານເວລາຈຶ່ງເປັນສິ່ງສຳຄັນ ຖ້າມີການຈັດສັນເວລາທີ່ດີ ເຮົາສາມາດເຮັດທຸກຢ່າງໄດ້ຕາມທີ່ຕ້ອງການ. ຊຶ່ງພວກເຮົາສາມາດປ່ຽນວິທີການບໍລິຫານເວລາທີ່ຖືກຕ້ອງ ແລະມີເວລາວ່າງຫຼາຍຂຶ້ນ ບໍ່ວ່າຈະເປັນການງານ ຫຼື ຊີວິດປະຈຳວັນເຊັ່ນ: ການຈັດການງານຫຼັກ: ໃນໜຶ່ງມື້ ເຮົາມັກຈະມີວຽກງານຫຼາຍໆຢ່າງເຂົ້າມາພ້ອມກັນ ຊຶ່ງຮູ້ດີວ່າເຮົາບໍ່ສາມາດເຮັດວຽກຫຼາຍຢ່າງໃນເວລາດຽວກັນໄດ້. ດັ່ງນັ້ນ ຫຼັກການບໍລິຫານເວລາ Eisenhower Method ຫຼື   ໂມເດລ ການບໍລິຫານເວລາ 4ສ່ວນ ຂອງປະທານາທິບໍດີໄອເຊນຮາວດ໌ ຜູ້ທີ່ບໍລິຫານເວລາໄດ້ຍອດຢ້ຽມທີ່ສຸດຄົນໜຶ່ງໃນປະຫວັດສາດ ຈຶ່ງເໝາະແກ່ການນໍາມາໃຊ້ໃນການບໍລິຫານເວລາຂອງການເຮັດວຽກໃຫ້ເປັນລະບົບ ແລະ ມີປະສິດທິພາບຍິ່ງຂຶ້ນຄື:   (1) ສິ່ງສໍາຄັນແລະເລັ່ງດ່ວນ ຄື ສິ່ງທີ່ຕ້ອງເຮັດທັນທີ ແລະ ໃຫ້ໄວທີ່ສ...

ມະຕິຕົກລົງໃຫ້ແມ່ຍິງຖືພາທຳຳແທ້ງໄດ້

ປະເທດໄທ ຄຣມ. ມີມະຕິຕົກລົງ ໃຫ້ຍິງຖືພາອາຍຸຄັນບໍ່ເກີນ 12ອາທິດ ທຳແທ້ງໄດ້. ຄະນະລັດທະມົນຕີມີມະຕິເຫັນດີຕົກລົງຮ່າງພຣະລາຊະບັນຍັດ ແກ້ໄຂເພີ່ມເຕີມປະມວນກົດໝາຍອາຍາຄວາມຜິດຖານລຸລູກ ຫຼືືືທຳແທ້ງ ໃນກໍລະນີຂອງຜູ້ຍິງທີ່ມີອາຍຸຄັນບໍ່ເກີນ 12ອາທິດ ເປັນທີ່ຮຽບຮ້ອຍແລ້ວ. ຣັດຊະດາ ທະນາດິເຣກ ຮອງໂຄສະນາປະຈຳສຳນັກນາຍົກລັດຖະມົນຕີ ຖະແຫຼງພາຍຫຼັັງການປະຊຸມຄະນະລັດຖະມົນຕີ ເລື່ອງກົດໝາຍການທຳແທ້ງວ່າ ລັດທະບານເຫັນດີຕົກລົງແກ້ໄຂເພີ່ມເຕີມປະມວນກົດໝາຍອາຍາຄວາມຜິດຖານເຮັດໃຫ້ແທ້ງລູກ ປະກອບດ້ວຍ ມາດຕາ 301 ແລະ ມາດຕາ 305 ຫຼັັງຈາກ ມີຂໍ້ວິນິດໄສຕາມສານລັດທະທຳມະນູນວ່າ ການຫ້າມການທຳແທ້ງນັ່ນຂັດຕໍ່ລັດທະທຳມະນູນ ມາດຕາ 27 ທີ່ລະບຸວ່າ ບຸກຄົນຍ່ອມສະເໝີກັນໃນກົດໝາຍເທົ່າທຽບກັນ ແລະ ມາດຕາ 28 ວ່າ ບຸກຄົນຍ່ອມມີສິິິດທິ ແລະ ເສລີພາບໃນຊີວິດປະຈຳວັນ. . อ้างอิงจาก https://www.thairath.co.th/news/politic/1978321 https://www.bangkokbiznews.com/news/detail/908269 https://www.matichon.co.th/politics/news_202346 #Brief #TheMATTER