ข้ามไปที่เนื้อหาหลัก

ບໍລິສັດ ຊືເຟິງ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ( LXML ) ບໍ່ຄໍາ-ທອງເຊໂປນ ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ ສໍາລັບຜົນງານໃນການສະກັດກັ້ນກັບການລະບາດຂອງພະຍາດ COVID – 19.

 ບໍລິສັດ ຊືເຟິງ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ( LXML ) ບໍ່ຄໍາ-ທອງເຊໂປນ ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ ສໍາລັບຜົນງານໃນການສະກັດກັ້ນກັບການລະບາດຂອງພະຍາດ COVID – 19.

       


ພິທີປະກາດ ແລະ ມອບຮັບລາງວັນດັ່ງກ່າວແມ່ນໄດ້ຈັດຂຶ້ນໃນວັນທີ 13 ພະຈິກ ປີ 2020 ຜ່ານມາ ທີ່ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2020 ( ASEAN Business and Investment Summit – ABIS 2020 ) ທີ່ນະຫຼວງຮ່າໂນ້ຍ ສສ ຫວຽດນາມ.

ລາງວັນດັ່ງກ່າວແມ່ນລາງວັນທຸລະກິດດີເດັ່ນໃນພາກພື້ນ ທີ່ໄດ້ປະກອບສ່ວນຕໍ່ກັບການປ້ອງກັນພະຍາດ ໂຄວິດ - 19 ຂອງບໍລິສັດ ຊືເຟິງລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ( LXML ) ໂດຍໄດ້ຖືກຄັດເລືອກຈາກຫຼາຍຮ້ອຍຫົວໜ່ວຍທຸລະກິດ ແລະ ນັກລົງທຶນໃນພາກພື້ນ.


ທ່ານ ພໍ ແຮຣິສ ຜູ້ຈັດການໃຫຍ່ LXML ໄດ້ກ່າວວ່າ : ລາງວັນອັນຊົງກຽດນີ້ ແມ່ນໝາກຜົນຄວາມມຸ້ງໝັ້ນ ແລະ ຄວາມເອົາໃຈໃສ່ສູງສຸດຂອງລັດຖະບານລາວ ແລະ ບັນດາພະນັກງານຂອງບໍລິສັດ LXML ໃນການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ COVID – 19 ທີ່ພວກເຮົາໄດ້ຮັບມືກັບການລະບາດຂອງພະຍາດດັ່ງກ່າວໃນຄັ້ງນີ້ ຄືດັ່ງກັບການຮັບມືກັບວິກິດການໃດໜຶ່ງ ກ່ອນທີ່ມັນຈະເກີດຂຶ້ນຕົວຈິງ. 

ຜ່ານການຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມຢ່າງຕັ້ງໜ້າ ການລະບາດຂອງພະຍາດ COVID – 19 ໃນຜ່ານມາ ພວກເຮົາຈຶ່ງສາມາດຮັກສາພະນັກງານພວກເຮົາຫຼາຍກວ່າ 3.500 ຄົນ ແລະ ສະມາຊິກຊຸມຊົນ 40.000 ຄົນ ໃຫ້ປອດໄພ ແລະ ປາສະຈາກການຕິດເຊື້ອຂອງພະຍາດ COVID – 19 ແລະ ຈະສືບຕໍ່ປ້ອງກັນຈົນກວ່າການລະບາດຂອງພະຍາດຈະສິ້ນສຸດລົງ. 



LXML ໄດ້ເລີ່ມແຜນງານປ້ອງກັນຕ່າງໆ ມາຕັ້ງແຕ່ເດືອນ ມັງກອນ ປີ 2020 ( ກ່ອນພະຍາດ COVID – 19 ໄດ້ເຂົ້າມາລະບາດໃນ ສປປ ລາວ ) ເປັນຕົ້ນມາ ໂດຍນໍາໃຊ້ລະບຽບການຄວບຄຸມ, ການສື່ສານ ແລະ ປູກຈິດສໍານຶກກ່ຽວກັບພະຍາດ ແລະ ວິທີປ້ອງກັນ, ການຈໍາກັດ-ເວັ້ນໄລຍະຫ່າງທາງສັງຄົມຕ່າງໆ ແລະ ໄດ້ສຸມໃສ່ສົ່ງເສີມການປ່ຽນແປງດ້ານວັດທະນະທໍາ ແລະ ພຶດຕິກໍາ ເພື່ອທ່ວງທັນສອດຄ່ອງກັບວິທີການດໍາລົງຊີວິດແບບໃໝ່ທີ່ມີການປ່ຽນແປງໄປເລື້ອຍໆ. ຍ້ອນຄວາມພະຍາຍາມ ແລະ ການລິເງີ່ມແຜນງານເຫຼົ່ານີ້ ບໍລິສັດ ຊືເຟິງລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ( LXML ) ບໍ່ຄໍາ-ທອງເຊໂປນ ຈຶ່ງເປັນ 1 ໃນ 5 ບໍລິສັດ ທີ່ໄດ້ຮັບອະນຸຍາດໃຫ້ສືບຕໍ່ ດໍາເນີນກິດຈະການໃນໄລຍະລ໋ອກດາວໃນ ສປປ ລາວ ແລະ ໄດ້ຮ່ວມມືກັບລັດຖະບານ ແລະ ໄດ້ສະໜັບສະໜູນງົບປະມານສູງສູງເຖິງ 170.000 ໂດລາສະຫະລັດ ໃນການປ້ອງກັນການແຜ່ລະບາດຂອງພະຍາດ COVID – 19 ຢູ່ ສປປ ລາວ.


ຂໍ້ມູນຂ່າວ : ບໍລິສັດ ຊືເຟິງ ລ້ານຊ້າງມີເນໂຣນສ໌ ລິມິເຕັດ.

ความคิดเห็น

ອ່ານເພີ່ມ

ຫຼັກການບໍລິຫານເວລາ

ເວລາເປັນນາມມະທຳ ຊຶ່ງບໍ່ສາມາດຈັບຕ້ອງໄດ້ ແຕ່ຊ້ຳພັດມີຄວາມສຳຄັນຫຼາຍຕໍ່ການດຳລົງຊີວິດຂອງມວນມະນູດ ຈົນບໍ່ອາດປະເມີນຄ່າໄດ້ ແລະ ບໍ່ສາມາດໃຊ້ເງິນຊື້ມາໄດ້. ໃນໜຶ່ງໆມື້ ທຸກຄົນມີເວລາ 24ຊົ່ວໂມງເທົ່າກັນ ແຕ່ຫຼາຍຄົນມັກເວົ້າວ່າ “ ບໍ່ມີເວລາ ” ສາເຫດກໍຍ້ອນວ່າຄົນເຫຼົ່ານັ້ນນຳໃຊ້ເວລາຢ່າງຜິດໆ ຈຶ່ງເຮັດໃຫ້ວຸ້ນວາຍ ແລະ ເຮັດວຽກຢ່າງບໍ່ມີປະສິດທິພາບເທົ່າທີ່ຄວນ. ດັ່ງນັ້ນ ການບໍລິຫານເວລາຈຶ່ງເປັນສິ່ງສຳຄັນ ຖ້າມີການຈັດສັນເວລາທີ່ດີ ເຮົາສາມາດເຮັດທຸກຢ່າງໄດ້ຕາມທີ່ຕ້ອງການ. ຊຶ່ງພວກເຮົາສາມາດປ່ຽນວິທີການບໍລິຫານເວລາທີ່ຖືກຕ້ອງ ແລະມີເວລາວ່າງຫຼາຍຂຶ້ນ ບໍ່ວ່າຈະເປັນການງານ ຫຼື ຊີວິດປະຈຳວັນເຊັ່ນ: ການຈັດການງານຫຼັກ: ໃນໜຶ່ງມື້ ເຮົາມັກຈະມີວຽກງານຫຼາຍໆຢ່າງເຂົ້າມາພ້ອມກັນ ຊຶ່ງຮູ້ດີວ່າເຮົາບໍ່ສາມາດເຮັດວຽກຫຼາຍຢ່າງໃນເວລາດຽວກັນໄດ້. ດັ່ງນັ້ນ ຫຼັກການບໍລິຫານເວລາ Eisenhower Method ຫຼື   ໂມເດລ ການບໍລິຫານເວລາ 4ສ່ວນ ຂອງປະທານາທິບໍດີໄອເຊນຮາວດ໌ ຜູ້ທີ່ບໍລິຫານເວລາໄດ້ຍອດຢ້ຽມທີ່ສຸດຄົນໜຶ່ງໃນປະຫວັດສາດ ຈຶ່ງເໝາະແກ່ການນໍາມາໃຊ້ໃນການບໍລິຫານເວລາຂອງການເຮັດວຽກໃຫ້ເປັນລະບົບ ແລະ ມີປະສິດທິພາບຍິ່ງຂຶ້ນຄື:   (1) ສິ່ງສໍາຄັນແລະເລັ່ງດ່ວນ ຄື ສິ່ງທີ່ຕ້ອງເຮັດທັນທີ ແລະ ໃຫ້ໄວທີ່ສ...

ມະຕິຕົກລົງໃຫ້ແມ່ຍິງຖືພາທຳຳແທ້ງໄດ້

ປະເທດໄທ ຄຣມ. ມີມະຕິຕົກລົງ ໃຫ້ຍິງຖືພາອາຍຸຄັນບໍ່ເກີນ 12ອາທິດ ທຳແທ້ງໄດ້. ຄະນະລັດທະມົນຕີມີມະຕິເຫັນດີຕົກລົງຮ່າງພຣະລາຊະບັນຍັດ ແກ້ໄຂເພີ່ມເຕີມປະມວນກົດໝາຍອາຍາຄວາມຜິດຖານລຸລູກ ຫຼືືືທຳແທ້ງ ໃນກໍລະນີຂອງຜູ້ຍິງທີ່ມີອາຍຸຄັນບໍ່ເກີນ 12ອາທິດ ເປັນທີ່ຮຽບຮ້ອຍແລ້ວ. ຣັດຊະດາ ທະນາດິເຣກ ຮອງໂຄສະນາປະຈຳສຳນັກນາຍົກລັດຖະມົນຕີ ຖະແຫຼງພາຍຫຼັັງການປະຊຸມຄະນະລັດຖະມົນຕີ ເລື່ອງກົດໝາຍການທຳແທ້ງວ່າ ລັດທະບານເຫັນດີຕົກລົງແກ້ໄຂເພີ່ມເຕີມປະມວນກົດໝາຍອາຍາຄວາມຜິດຖານເຮັດໃຫ້ແທ້ງລູກ ປະກອບດ້ວຍ ມາດຕາ 301 ແລະ ມາດຕາ 305 ຫຼັັງຈາກ ມີຂໍ້ວິນິດໄສຕາມສານລັດທະທຳມະນູນວ່າ ການຫ້າມການທຳແທ້ງນັ່ນຂັດຕໍ່ລັດທະທຳມະນູນ ມາດຕາ 27 ທີ່ລະບຸວ່າ ບຸກຄົນຍ່ອມສະເໝີກັນໃນກົດໝາຍເທົ່າທຽບກັນ ແລະ ມາດຕາ 28 ວ່າ ບຸກຄົນຍ່ອມມີສິິິດທິ ແລະ ເສລີພາບໃນຊີວິດປະຈຳວັນ. . อ้างอิงจาก https://www.thairath.co.th/news/politic/1978321 https://www.bangkokbiznews.com/news/detail/908269 https://www.matichon.co.th/politics/news_202346 #Brief #TheMATTER