ข้ามไปที่เนื้อหาหลัก

ຫຼັກການບໍລິຫານເວລາ

ເວລາເປັນນາມມະທຳ ຊຶ່ງບໍ່ສາມາດຈັບຕ້ອງໄດ້ ແຕ່ຊ້ຳພັດມີຄວາມສຳຄັນຫຼາຍຕໍ່ການດຳລົງຊີວິດຂອງມວນມະນູດ ຈົນບໍ່ອາດປະເມີນຄ່າໄດ້ ແລະ ບໍ່ສາມາດໃຊ້ເງິນຊື້ມາໄດ້. ໃນໜຶ່ງໆມື້ ທຸກຄົນມີເວລາ 24ຊົ່ວໂມງເທົ່າກັນ ແຕ່ຫຼາຍຄົນມັກເວົ້າວ່າ ບໍ່ມີເວລາ ສາເຫດກໍຍ້ອນວ່າຄົນເຫຼົ່ານັ້ນນຳໃຊ້ເວລາຢ່າງຜິດໆ ຈຶ່ງເຮັດໃຫ້ວຸ້ນວາຍ ແລະ ເຮັດວຽກຢ່າງບໍ່ມີປະສິດທິພາບເທົ່າທີ່ຄວນ. ດັ່ງນັ້ນ ການບໍລິຫານເວລາຈຶ່ງເປັນສິ່ງສຳຄັນ ຖ້າມີການຈັດສັນເວລາທີ່ດີ ເຮົາສາມາດເຮັດທຸກຢ່າງໄດ້ຕາມທີ່ຕ້ອງການ. ຊຶ່ງພວກເຮົາສາມາດປ່ຽນວິທີການບໍລິຫານເວລາທີ່ຖືກຕ້ອງ ແລະມີເວລາວ່າງຫຼາຍຂຶ້ນ ບໍ່ວ່າຈະເປັນການງານ ຫຼື ຊີວິດປະຈຳວັນເຊັ່ນ:

ການຈັດການງານຫຼັກ: ໃນໜຶ່ງມື້ ເຮົາມັກຈະມີວຽກງານຫຼາຍໆຢ່າງເຂົ້າມາພ້ອມກັນ ຊຶ່ງຮູ້ດີວ່າເຮົາບໍ່ສາມາດເຮັດວຽກຫຼາຍຢ່າງໃນເວລາດຽວກັນໄດ້. ດັ່ງນັ້ນ ຫຼັກການບໍລິຫານເວລາ Eisenhower Method ຫຼື  ໂມເດລ ການບໍລິຫານເວລາ 4ສ່ວນ ຂອງປະທານາທິບໍດີໄອເຊນຮາວດ໌ ຜູ້ທີ່ບໍລິຫານເວລາໄດ້ຍອດຢ້ຽມທີ່ສຸດຄົນໜຶ່ງໃນປະຫວັດສາດ ຈຶ່ງເໝາະແກ່ການນໍາມາໃຊ້ໃນການບໍລິຫານເວລາຂອງການເຮັດວຽກໃຫ້ເປັນລະບົບ ແລະ ມີປະສິດທິພາບຍິ່ງຂຶ້ນຄື:

 (1) ສິ່ງສໍາຄັນແລະເລັ່ງດ່ວນ ຄື ສິ່ງທີ່ຕ້ອງເຮັດທັນທີ ແລະ ໃຫ້ໄວທີ່ສຸດ ຖ້າບໍ່ເຮັດອາດຈະເກີດປັນຫາໄດ້ ຕົວຢ່າງ ເອກະສານ ຫຼື ງານດ່ວນທີ່ຕ້ອງສົ່ງລູກຄ້າ ຈຳເປັນຕ້ອງໃສ່ໃຈ ແລະ ຟ້າວຝັ່ງໃຫ້ທັນກຳນົດການ ເພື່ອສ້າງຄວາມເພິ່ງພໍໃຈແກ່ລູກຄ້າ ໃຫ້ສົມຄຳວ່າລູກຄ້າຄືພະເຈົ້າ.

(2) ສິ່ງສໍາຄັນແຕ່ບໍ່ເລັ່ງດ່ວນ ຄື ສິ່ງທີ່ບໍ່ຕ້ອງເຮັດທັນທີ ແຕ່ກໍຕ້ອງໄດ້ເຮັດ ເຊັ່ນ ການເກັບກໍາຖານຂໍ້ມູນຂອງວຽກປະຈໍາ ຊຶ່ງເປັນວຽກສຳຄັນທີ່ຕ້ອງໄດ້ເຮັດເຊັ່ນກັນ ແຕ່ຄວນຍົກໃຫ້ເປັນວຽກສຳຮອງລົງມາ  ເພາະເຮົາສາມາດເຮັດໃນເວລາໃດກໍໄດ້ໂດຍບໍ່ໄດ້ຮີບຮ້ອນ.

(3) ສິ່ງເລັ່ງດ່ວນແຕ່ບໍ່ສໍາຄັນ ເປັນສິ່ງທີ່ເຮົາຄວນຫຼຸດຄວາມໃສ່ໃຈ ຫຼື ອາດຈະໃຫ້ຄົນອື່ນເຮັດແທນໄດ້. ຕົວຢ່າງ ການຖືກນັດໃຫ້ເຂົ້າຮ່ວມປະຊຸມປະຈຳເດືອນ ອາດຈະສົ່ງຕົວແທນເຂົ້າຮ່ວມ. ຊຶ່ງເຮົາໃຊ້ເວລາຊ່ວງນັ້ນໄປເຮັດວຽກອື່ນທີ່ມັນສຳຄັນກວ່າ.

(4) ສິ່ງທີ່ບໍ່ສໍາຄັນແລະບໍ່ເລັ່ງດ່ວນ ເປັນສິ່ງທີ່ເຮັດໃຫ້ເຮົາເສຍເວລາ ຫຼື ຄວນຕັດອອກໄປ ເຊັ່ນ: ການສົນທະນາໃນໂມງເຮັດວຽກ, ກິດຈະກຳ ຫຼື ງານລ້ຽງ ສິ່ງທີ່ບໍ່ສຳຄັນກໍຄວນຫຼຸດລົງ ແລະ ບໍ່ຈຳເປັນເຂົ້າຮ່ວມທຸກງານ ເພື່ອໃຫ້ເຮົາມີເວລາໄປເຮັດສິ່ງອື່ນ.

ການຈັດການກິດຈະວັດປະຈຳວັນ: ເວລາ 24ຊົ່ວໂມງຂອງຄົນເຮົາໃຊ້ບໍ່ຄືກັນ ບາງຄົນບອກວ່າງານຫຍຸ້ງຕະຫຼອດ ບາງຄົນເຮັດວຽກຫັກໂຫມຫຼາຍ ຈົນບໍ່ມີເວລາໃສ່ໃຈຕົນເອງ, ໃສ່ໃຈຄົນອ້ອມຂ້າງ. ແຕ່ກົງກັນຂ້າມ ຈະມີຄົນກຸ່ມໜຶ່ງທີ່ສາມາດເຮັດກິດຈະກຳຫຼາຍໆຢ່າງໆໃນໜຶ່ງມື້ ບໍ່ວ່າຈະເປັນການອອກກຳລັງກາຍ, ກິດຈະກຳຮ່ວມຄອບຄົວ, ສ້າງງານອະດິເລກ ນັ້ນເປັນຍ້ອນເຂົາເຈົ້າມີຄວາມສະຫຼາດຕໍ່ການຈັດການກັບເວລາ ຊຶ່ງເຮົາເອງກໍເຮັດໄດ້ ເຊັ່ນວ່າ:

(1)  ຈັດຕາຕະລາງເວລາ ຄືກັນກັບຕາຕະລາງໃນສະໄໝຮຽນ ອາຈານພາພວກເຮົາສ້າງຂຶ້ນໃນແຕ່ລະຊົ່ວໂມງນອກຈາກແບ່ງວິຊາຮຽນຕ່າງໆ ຍັງມີອອກກຳລັງກາຍ, ອອກແຮງງານ, ຫຼິ້ນເກມ... ຊຶ່ງເຮົາສາມາດນໍາມາໃຊ້ຈັດລະບຽບໃນຊີວິດປະຈຳວັນໄດ້.

(2)  ການຈັດລຽງຄວາມສຳຄັນ ນອກຈາກວຽກງານຫຼັກແລ້ວ ຄອບຄົວ, ສັງຄົມ ກໍມີຄວາມສໍາຄັນເຊັ່ນດຽວກັນ. ດັ່ງນັ້ນ ເຮົາຄວນມີການຈັດລຳດັບສິ່ງສຳຄັນຈາກຫຼາຍໄປຫາໜ້ອຍ.

(3)  ການແບ່ງເວລາ ໃນໜຶ່ງມື້ ເຮົາເຮັດວຽກ 8ຊົ່ວໂມງ, ນອນ 8ຊົ່ວໂມງ ເຫຼືອເວລາອີກ 8ຊົ່ວໂມງ ຊຶ່ງເຮົາສາມາດເອົາເວລາວ່າງນີ້ ໄປເຮັດກິດຈະກຳຕ່າງໆໄດ້ຫຼາຍຢ່າງ ຂຶ້ນກັບວ່າຈະສວຍໃຊ້ເວລາວ່າງນີ້ແນວໃດໃຫ້ເກີດປະໂຫຍດ ເຊັ່ນ ລະຫວ່າງນັ່ງຖ້າອາຫານທີີ່ສັ່ງຈາກຮ້ານ ຖ້າເຮົາມີເວລາຫຼາຍພໍ ອາດຈະຈັບປື້ມຂຶ້ນມາອ່ານ ຫຼື ຈັບຄອມພິວເຕີຂຶ້ນມາເຮັດວຽກ    ໝາຍຄວາມວ່າ ຍິງປືນນັດດຽວໄດ້ນົກຕັ້ງສອງໂຕ ນອກຈາກຈະໄດ້ວຽກແລ້ວ ຍັງສາມາດຂ້າເວລາທີ່ໜ້າເບື່ອໜ່າຍລົງໄປອີກ.

ການຕັ້ງເປົ້າໝາຍ ແລະລົງມືເຮັດ ສິ່ງທີ່ຂຽນມາທັງໝົດກໍເປັນພຽງຫຼັກການ ແຕ່ຖ້າຈະໃຫ້ເກີດຜົນຈິງຕໍ່ຊີວິດຂອງພວກເຮົາ ກ່ອນອື່ນໝົດກໍຕ້ອງມີເປົ້າໝາຍ. ການຕັ້ງເປົ້າໝາຍ ເຮັດໃຫ້ເຮົາມີຄວາມກະຕືລືລົ້ນ ເມື່ອເຮົາຈົດຈໍ້ໃສ່ສິ່ງໃດໜຶ່ງທີ່ຕ້ອງການແຂ່ງຂັນກັບເວລາ ກໍຈະເຮັດໃຫ້ຊີວິດມີຄຸນຄ່າ ແລະ ເຫັນຄຸນຄ່າຂອງເວລາທີ່ຖືກນຳໃຊ້ ກັບເສຍເປົ່າໄປ.

ສະນັ້ນ ຄຳວ່າ ບໍ່ມີເວລາ ອາດຈະຫາຍໄປເລີຍກໍໄດ້ ຖ້າພວກເຮົາມີຄວາມສະຫຼາດຕໍ່ການຈັດສັນເວລາທີ່ດີ ເພາະການບໍລິຫານເວລາເບິ່ງຄືເປັນເລື່ອງທີ່ງ່າຍ ແຕ່ຂັ້ນຕອນການປະຕິບັດກໍບໍ່ງ່າຍຢ່າງທີ່ຄິດ. ເພາະທັ້ງນັ້ນທັ້ງນີ້ ກໍຂຶ້ນຢູ່ກັບຫຼາຍປັດໄຈທີ່ຄອຍສອດແຊກເຂົ້າມາລົບກວນ ຫຼື ມີຫຼາຍສິ່ງຫຼາຍຢ່າງລໍ້ຕາລໍ້ໃຈ ບໍ່ວ່າຈະເປັນວົງສົນທະນາທີ່ໄຮ້ປະໂຫຍດ, ສື່ສັງຄົມອອນໄລນ໌, ກິດຈະກໍາສັງສັນບາງຢ່າງ ຊຶ່ງເຮັດໃຫ້ເຮົາເສຍເວລາໄປກັບມັນຫຼາຍກວ່າທີ່ຈະໄປເຮັດໃນສິ່ງທີ່ຈຳເປັນ. ຖ້າເຮົາບໍ່ມີການບໍລິຫານເວລາທີ່ດີ ກໍຈະສູນເສຍໂອກາດ ແລະ ສິ່ງທີ່ມີຄ່າໄປກັນການເວລາ ເພາະສາຍນ້ໍາໄຫຼບໍ່ຖ້າປາ ເວລາບໍ່ຖ້າໃຜ.

 

 

ຂໍ້ມູນອ້າງອີງ

source - http://men.kapook.com/view50610.html

mind tools, se-ed

ความคิดเห็น

ອ່ານເພີ່ມ

ບໍລິສັດ ຊືເຟິງ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ( LXML ) ບໍ່ຄໍາ-ທອງເຊໂປນ ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ ສໍາລັບຜົນງານໃນການສະກັດກັ້ນກັບການລະບາດຂອງພະຍາດ COVID – 19.

  ບໍລິສັດ ຊືເຟິງ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ( LXML ) ບໍ່ຄໍາ-ທອງເຊໂປນ ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ ສໍາລັບຜົນງານໃນການສະກັດກັ້ນກັບການລະບາດຂອງພະຍາດ COVID – 19.         ພິທີປະກາດ ແລະ ມອບຮັບລາງວັນດັ່ງກ່າວແມ່ນໄດ້ຈັດຂຶ້ນໃນວັນທີ 13 ພະຈິກ ປີ 2020 ຜ່ານມາ ທີ່ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2020 ( ASEAN Business and Investment Summit – ABIS 2020 ) ທີ່ນະຫຼວງຮ່າໂນ້ຍ ສສ ຫວຽດນາມ. ລາງວັນດັ່ງກ່າວແມ່ນລາງວັນທຸລະກິດດີເດັ່ນໃນພາກພື້ນ ທີ່ໄດ້ປະກອບສ່ວນຕໍ່ກັບການປ້ອງກັນພະຍາດ ໂຄວິດ - 19 ຂອງບໍລິສັດ ຊືເຟິງລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ( LXML ) ໂດຍໄດ້ຖືກຄັດເລືອກຈາກຫຼາຍຮ້ອຍຫົວໜ່ວຍທຸລະກິດ ແລະ ນັກລົງທຶນໃນພາກພື້ນ. ທ່ານ ພໍ ແຮຣິສ ຜູ້ຈັດການໃຫຍ່ LXML ໄດ້ກ່າວວ່າ : ລາງວັນອັນຊົງກຽດນີ້ ແມ່ນໝາກຜົນຄວາມມຸ້ງໝັ້ນ ແລະ ຄວາມເອົາໃຈໃສ່ສູງສຸດຂອງລັດຖະບານລາວ ແລະ ບັນດາພະນັກງານຂອງບໍລິສັດ LXML ໃນການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ COVID – 19 ທີ່ພວກເຮົາໄດ້ຮັບມືກັບການລະບາດຂອງພະຍາດດັ່ງກ່າວໃນຄັ້ງນີ້ ຄືດັ່ງກັບການຮັບມືກັບວິກິດການໃດໜຶ່ງ ກ່ອນທີ່ມັນຈະເກີດຂຶ້ນຕົວຈິງ.  ຜ່ານການຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ຄວ...

ມະຕິຕົກລົງໃຫ້ແມ່ຍິງຖືພາທຳຳແທ້ງໄດ້

ປະເທດໄທ ຄຣມ. ມີມະຕິຕົກລົງ ໃຫ້ຍິງຖືພາອາຍຸຄັນບໍ່ເກີນ 12ອາທິດ ທຳແທ້ງໄດ້. ຄະນະລັດທະມົນຕີມີມະຕິເຫັນດີຕົກລົງຮ່າງພຣະລາຊະບັນຍັດ ແກ້ໄຂເພີ່ມເຕີມປະມວນກົດໝາຍອາຍາຄວາມຜິດຖານລຸລູກ ຫຼືືືທຳແທ້ງ ໃນກໍລະນີຂອງຜູ້ຍິງທີ່ມີອາຍຸຄັນບໍ່ເກີນ 12ອາທິດ ເປັນທີ່ຮຽບຮ້ອຍແລ້ວ. ຣັດຊະດາ ທະນາດິເຣກ ຮອງໂຄສະນາປະຈຳສຳນັກນາຍົກລັດຖະມົນຕີ ຖະແຫຼງພາຍຫຼັັງການປະຊຸມຄະນະລັດຖະມົນຕີ ເລື່ອງກົດໝາຍການທຳແທ້ງວ່າ ລັດທະບານເຫັນດີຕົກລົງແກ້ໄຂເພີ່ມເຕີມປະມວນກົດໝາຍອາຍາຄວາມຜິດຖານເຮັດໃຫ້ແທ້ງລູກ ປະກອບດ້ວຍ ມາດຕາ 301 ແລະ ມາດຕາ 305 ຫຼັັງຈາກ ມີຂໍ້ວິນິດໄສຕາມສານລັດທະທຳມະນູນວ່າ ການຫ້າມການທຳແທ້ງນັ່ນຂັດຕໍ່ລັດທະທຳມະນູນ ມາດຕາ 27 ທີ່ລະບຸວ່າ ບຸກຄົນຍ່ອມສະເໝີກັນໃນກົດໝາຍເທົ່າທຽບກັນ ແລະ ມາດຕາ 28 ວ່າ ບຸກຄົນຍ່ອມມີສິິິດທິ ແລະ ເສລີພາບໃນຊີວິດປະຈຳວັນ. . อ้างอิงจาก https://www.thairath.co.th/news/politic/1978321 https://www.bangkokbiznews.com/news/detail/908269 https://www.matichon.co.th/politics/news_202346 #Brief #TheMATTER