ข้ามไปที่เนื้อหาหลัก

ຈັບພໍ່ຄ້າຂາຍໝາກໄມ້ຕາມແຄມທາງ

 ຈັບພໍ່ຄ້າຂາຍໝາກໄມ້ຕາມແຄມທາງໄປສຶກສາອົບຮົມ



ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ໄດ້ນຳຕົວ ທ້າວ ພູຂັນ ອາຍຸ 41 ປີ ບ້ານທາດຫຼວງເໜືອ ໄປສຶກສາອົບຮົມ ພາຍຫຼັງຜູ້ກ່ຽວໄດ້ຈອດລົດ ຂາຍເຄື່ອງຊະຊາຍຕາມແຄມທາງ ເຮັດໃຫ້ກີດຂວາງການຈະລາຈອນທາງບົກ, ເຊິ່ງຜູ້ກ່ຽວໄດ້ໃຊ້ລົດກະບະຮຸນໄດບັນທຸກໝາກໄມ້ຕາມລະດູການ ຈອດຂາຍຊະຊາຍຕາມແຄມທາງ.

ເຊິ່ງຜິດຕໍ່ລະບຽບກົດໝາຍ ພາໃຫ້ຫຍຸ້ງຍາກໃນການສັນຈອນ ແລະ ອາດນໍາໄປສູ່ການເກີດອຸບັດຕິເຫດຕາມທ້ອງຖະໜົນ.ເຈົ້າໜ້າທີ່ກອງຄະດີອາຍາ ປກສ ເມືອງໄຊເສດ ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບຮ້ອງຟ້ອງຈາກອົງການຈັດຕັ້ງບ້ານຫົວຂົວ ກ່ຽວກັບກຸ່ມຄົນທີ່ຈອດລົດຂາຍໝາກໄມ້ແຄມເສັ້ນທາງ, ເຊິ່ງກີດຂວາງການຈະລາຈອນທາງບົກ



ຈຶ່ງໄດ້ລົງເກັບກໍາຂໍ້ ມູນ ເຫັນວ່າ:ການຂາຍເຄື່ອງແຄມທາງສ້າງຄວາມຫຍຸ້ງຍາກສັບສົນໃຫ້ແກ່ການສັນຈອນຂອງຜູ້ຄົນທີ່ໃຊ້ລົດໃຊ້ຖະໜົນ ເເລະ ເເຕະຕ້ອງເຖິງຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ເຊິ່ງອາດພາໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນຕາມມາ; ຈາກນັ້ນ, ຮອດວັນທີ 7 ພະຈິກ 2020 ເຈົ້າໜ້າທີ່ກອງຄະດີອາຍາ ຈຶ່ງໄດ້ລົງກວດກາສະຖານທີ່ດັ່ງກ່າວ

ພົບເຫັນ ທ້າວ ພູຂັນ ຈອດລົດກະບະຮຸນໄດ ຂາຍໝາກໄມ້ຕາມລະດູການ (ໝາກກ້ຽງ ແລະ ໝາກໂມ) ຢູ່ແຄມທາງໜ້າໂຮງໝໍເມືອງໄຊເສດຖາ ເຂດບ້ານຫົວຂົວ ກ່ອນນຳຕົວຜູ້ກ່ຽວພ້ອມລົດກະບະຮຸນໄດສີປອນ ປ້າຍທະບຽນ ກມ 2406 ກໍາແພງນະຄອນ ໄປສຶກສາອົບຮົມກ່າວເຕືອນ.




ຜ່ານການສອບສວນ ທ້າວ ພູຂັນ ສາລະພາບວ່າ: ໄດ້ມາຂາຍໝາກໄມ້ຕາມລະດູຢູ່ແຄມທາງເຂດບ້ານຫົວຂົວແທ້ ໂດຍສະເພາະ ຢູ່ໜ້າໂຮງໝໍເມືອງໄຊເສດຖາ ແລະ ໜ້າວັດຫົວຂົວ, ເຊິ່ງເລີ່ມຂາຍແຕ່ປີ 2015 ເປັນຕົ້ນມາ,ໂດຍໃຊ້ຮູບ ການໄປຊື້ໝາກໄມ້ຕາມລະດູ ເຊັ່ນ: ໝາກກ້ຽງ, ໝາກໂມ ແລະ ໝາກແຕງ ໃສ່ລົດກະບະຮຸນໄດ ແລ້ວມາຈອດຂາຍຕາມແຄມທາງໃນການຈອດລົດນັ້ນ ໄດ້ເອົາຕີນລົດດ້ານໜຶ່ງຂຶ້ນຟຸດບາດ ແລະ ອີກດ້ານໜຶ່ງແມ່ນຢຽບເສັ້ນທາງກວມເອົາໜ້າທາງປະມານ 60 ຊັງຕີແມັດ ຫາ 1 ແມັດ ໂດຍການຈອດບາງຄັ້ງ ແມ່ນຈອດລົດຢູ່ທາງເຂົ້າໜ້າໂຮງໝໍເລີຍ ແລະ ຂາຍໃນເວລາປະມານ 7-8 ໂມງເຊົ້າ ຫາ 20:00 ໂມງ

ນອກຈາກນີ້. ໄລຍະຜ່ານມາ, ທ້າວ ພູຂັນ ຍັງຍອມຮັບວ່າ: ເຄີຍຖືກສຶກສາອົບຮົມກ່າວເຕືອນ ແລະ ໄດ້ຮັບຮູ້ກ່ຽວກັບຄໍາສັ່ງຂອງເຈົ້າເມືອງ ເລື່ອງ: ການຫ້າມບໍ່ໃຫ້ຂາຍເຄື່ອງຊະຊາຍຢູ່ຕາມແຄມທາງ,ແລວທາງໃນບໍລິເວນເຂດບ້ານຫົວຂົວ, ແຕ່ຜູ້ກ່ຽວກໍຍັງກັບຄືນມາຈອດລົດຂາຍໝາກໄມ້ຢູ່ສະຖານ ທີ່ດັ່ງກ່າວຄືເກົ່າ ຍ້ອນວ່າຢູ່ສະຖານທີ່ດັ່ງກ່າວແມ່ນໄດ້ຂາຍດີ ແລະ ກໍຮູ້ດີວ່າ ມັນເປັນການກີດຂວາງການສັນຈອນຂອງລົດ ແລະ ຄົນຍ່າງ.


ความคิดเห็น

ອ່ານເພີ່ມ

ບໍລິສັດ ຊືເຟິງ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ( LXML ) ບໍ່ຄໍາ-ທອງເຊໂປນ ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ ສໍາລັບຜົນງານໃນການສະກັດກັ້ນກັບການລະບາດຂອງພະຍາດ COVID – 19.

  ບໍລິສັດ ຊືເຟິງ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ( LXML ) ບໍ່ຄໍາ-ທອງເຊໂປນ ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ ສໍາລັບຜົນງານໃນການສະກັດກັ້ນກັບການລະບາດຂອງພະຍາດ COVID – 19.         ພິທີປະກາດ ແລະ ມອບຮັບລາງວັນດັ່ງກ່າວແມ່ນໄດ້ຈັດຂຶ້ນໃນວັນທີ 13 ພະຈິກ ປີ 2020 ຜ່ານມາ ທີ່ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2020 ( ASEAN Business and Investment Summit – ABIS 2020 ) ທີ່ນະຫຼວງຮ່າໂນ້ຍ ສສ ຫວຽດນາມ. ລາງວັນດັ່ງກ່າວແມ່ນລາງວັນທຸລະກິດດີເດັ່ນໃນພາກພື້ນ ທີ່ໄດ້ປະກອບສ່ວນຕໍ່ກັບການປ້ອງກັນພະຍາດ ໂຄວິດ - 19 ຂອງບໍລິສັດ ຊືເຟິງລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ( LXML ) ໂດຍໄດ້ຖືກຄັດເລືອກຈາກຫຼາຍຮ້ອຍຫົວໜ່ວຍທຸລະກິດ ແລະ ນັກລົງທຶນໃນພາກພື້ນ. ທ່ານ ພໍ ແຮຣິສ ຜູ້ຈັດການໃຫຍ່ LXML ໄດ້ກ່າວວ່າ : ລາງວັນອັນຊົງກຽດນີ້ ແມ່ນໝາກຜົນຄວາມມຸ້ງໝັ້ນ ແລະ ຄວາມເອົາໃຈໃສ່ສູງສຸດຂອງລັດຖະບານລາວ ແລະ ບັນດາພະນັກງານຂອງບໍລິສັດ LXML ໃນການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ COVID – 19 ທີ່ພວກເຮົາໄດ້ຮັບມືກັບການລະບາດຂອງພະຍາດດັ່ງກ່າວໃນຄັ້ງນີ້ ຄືດັ່ງກັບການຮັບມືກັບວິກິດການໃດໜຶ່ງ ກ່ອນທີ່ມັນຈະເກີດຂຶ້ນຕົວຈິງ.  ຜ່ານການຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ຄວ...

ຫຼັກການບໍລິຫານເວລາ

ເວລາເປັນນາມມະທຳ ຊຶ່ງບໍ່ສາມາດຈັບຕ້ອງໄດ້ ແຕ່ຊ້ຳພັດມີຄວາມສຳຄັນຫຼາຍຕໍ່ການດຳລົງຊີວິດຂອງມວນມະນູດ ຈົນບໍ່ອາດປະເມີນຄ່າໄດ້ ແລະ ບໍ່ສາມາດໃຊ້ເງິນຊື້ມາໄດ້. ໃນໜຶ່ງໆມື້ ທຸກຄົນມີເວລາ 24ຊົ່ວໂມງເທົ່າກັນ ແຕ່ຫຼາຍຄົນມັກເວົ້າວ່າ “ ບໍ່ມີເວລາ ” ສາເຫດກໍຍ້ອນວ່າຄົນເຫຼົ່ານັ້ນນຳໃຊ້ເວລາຢ່າງຜິດໆ ຈຶ່ງເຮັດໃຫ້ວຸ້ນວາຍ ແລະ ເຮັດວຽກຢ່າງບໍ່ມີປະສິດທິພາບເທົ່າທີ່ຄວນ. ດັ່ງນັ້ນ ການບໍລິຫານເວລາຈຶ່ງເປັນສິ່ງສຳຄັນ ຖ້າມີການຈັດສັນເວລາທີ່ດີ ເຮົາສາມາດເຮັດທຸກຢ່າງໄດ້ຕາມທີ່ຕ້ອງການ. ຊຶ່ງພວກເຮົາສາມາດປ່ຽນວິທີການບໍລິຫານເວລາທີ່ຖືກຕ້ອງ ແລະມີເວລາວ່າງຫຼາຍຂຶ້ນ ບໍ່ວ່າຈະເປັນການງານ ຫຼື ຊີວິດປະຈຳວັນເຊັ່ນ: ການຈັດການງານຫຼັກ: ໃນໜຶ່ງມື້ ເຮົາມັກຈະມີວຽກງານຫຼາຍໆຢ່າງເຂົ້າມາພ້ອມກັນ ຊຶ່ງຮູ້ດີວ່າເຮົາບໍ່ສາມາດເຮັດວຽກຫຼາຍຢ່າງໃນເວລາດຽວກັນໄດ້. ດັ່ງນັ້ນ ຫຼັກການບໍລິຫານເວລາ Eisenhower Method ຫຼື   ໂມເດລ ການບໍລິຫານເວລາ 4ສ່ວນ ຂອງປະທານາທິບໍດີໄອເຊນຮາວດ໌ ຜູ້ທີ່ບໍລິຫານເວລາໄດ້ຍອດຢ້ຽມທີ່ສຸດຄົນໜຶ່ງໃນປະຫວັດສາດ ຈຶ່ງເໝາະແກ່ການນໍາມາໃຊ້ໃນການບໍລິຫານເວລາຂອງການເຮັດວຽກໃຫ້ເປັນລະບົບ ແລະ ມີປະສິດທິພາບຍິ່ງຂຶ້ນຄື:   (1) ສິ່ງສໍາຄັນແລະເລັ່ງດ່ວນ ຄື ສິ່ງທີ່ຕ້ອງເຮັດທັນທີ ແລະ ໃຫ້ໄວທີ່ສ...

ມະຕິຕົກລົງໃຫ້ແມ່ຍິງຖືພາທຳຳແທ້ງໄດ້

ປະເທດໄທ ຄຣມ. ມີມະຕິຕົກລົງ ໃຫ້ຍິງຖືພາອາຍຸຄັນບໍ່ເກີນ 12ອາທິດ ທຳແທ້ງໄດ້. ຄະນະລັດທະມົນຕີມີມະຕິເຫັນດີຕົກລົງຮ່າງພຣະລາຊະບັນຍັດ ແກ້ໄຂເພີ່ມເຕີມປະມວນກົດໝາຍອາຍາຄວາມຜິດຖານລຸລູກ ຫຼືືືທຳແທ້ງ ໃນກໍລະນີຂອງຜູ້ຍິງທີ່ມີອາຍຸຄັນບໍ່ເກີນ 12ອາທິດ ເປັນທີ່ຮຽບຮ້ອຍແລ້ວ. ຣັດຊະດາ ທະນາດິເຣກ ຮອງໂຄສະນາປະຈຳສຳນັກນາຍົກລັດຖະມົນຕີ ຖະແຫຼງພາຍຫຼັັງການປະຊຸມຄະນະລັດຖະມົນຕີ ເລື່ອງກົດໝາຍການທຳແທ້ງວ່າ ລັດທະບານເຫັນດີຕົກລົງແກ້ໄຂເພີ່ມເຕີມປະມວນກົດໝາຍອາຍາຄວາມຜິດຖານເຮັດໃຫ້ແທ້ງລູກ ປະກອບດ້ວຍ ມາດຕາ 301 ແລະ ມາດຕາ 305 ຫຼັັງຈາກ ມີຂໍ້ວິນິດໄສຕາມສານລັດທະທຳມະນູນວ່າ ການຫ້າມການທຳແທ້ງນັ່ນຂັດຕໍ່ລັດທະທຳມະນູນ ມາດຕາ 27 ທີ່ລະບຸວ່າ ບຸກຄົນຍ່ອມສະເໝີກັນໃນກົດໝາຍເທົ່າທຽບກັນ ແລະ ມາດຕາ 28 ວ່າ ບຸກຄົນຍ່ອມມີສິິິດທິ ແລະ ເສລີພາບໃນຊີວິດປະຈຳວັນ. . อ้างอิงจาก https://www.thairath.co.th/news/politic/1978321 https://www.bangkokbiznews.com/news/detail/908269 https://www.matichon.co.th/politics/news_202346 #Brief #TheMATTER