ດ່ວນ…!!! ຖະແຫຼງຂ່າວຈາກ ຄະນະສະເພາະກິດ ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ ເພີ່ມ 1 ຄົນ
ດ່ວນ ການຖະແຫຼງຂ່າວຂອງ ຄະນະສະເພາະກິດ ເວລາ 15:00 ຂອງວັນທີ 17 ພະຈິກ 2020 ລາວພົບຜູ້ຕິດເຊື້ອໂຄວິດ 19 ເພີ່ມ 1 ຄົນ ເປັນກໍລະນີທີ 25 ເດີນທາງມາແຕ່ຕ່າງປະເທດ, ເປັນເພດຍິງ ອາຍຸ 26 ປີ ເປັນຄົນລາວໄປສຶກສາຢູ່ ຮົງກາລີ ສຳເລັດການສຶກສາຈຶ່ງກັບມາ, ກ່ອນເດີນທາງບໍ່ມີອາການຫຍັງ ເກັບຕົວຢ່າງມາກວດວິເຄາະວັນທີ 16 ພະຈິກ 2020 ຜົນອອກມາເປັນບວກ ປັດຈຸບັນປິ່ນປົວຢູ່ໂຮງໝໍ 150 ຕຽງ ອາການເບື້ອງຕົ້ນເບົາບາງ.


ความคิดเห็น