ข้ามไปที่เนื้อหาหลัก

ຈົດຫມາຍເຖິງຊານຕ້າ

 



ເປັນເລື່ອງລາວທີ່ໜ້າອົບອຸ່ນຫົວໃຈຕ້ອນຮັບວັນຄຣິສມາສ ເມື່ອມີເດັກຊາຍໄວ 6 ປີ ຊາວໄອຣິສ ທີ່ຊື່ວ່າ Callum Thornhill ໄດ້ສົ່ງຈົດໝາຍຫາບໍລິສັດຢາ Pfizer ເຊິ່ງເປັນຜູ້ຜະລິດວັກຊີນໂຄວິດ-19 ເຊິ່ງຫາກໍສຳເລັດ ແລະ ເລີ່ມແຈກຈ່າຍແລ້ວ ໃຫ້ສົ່ງວັກຊີນໄປທີ່ຂົ້ວໂລກເໜືອໃຫ້ຊານຕາຄຼອສ ແລະ ເອລຟ໌ ຂອງລາວ.

.

"ເຖິງ Pfizer, ຂ້ອຍໄດ້ຍິນວ່າເຈົ້າຄິດຄົ້ນວັກຊີນໃໝ່ສຳລັບໂຄໂຣນາໄວຣັສໄດ້ແລ້ວ. ເຮັດໄດ້ດີຫຼາຍ. ເຈົ້າຊ່ວຍສົ່ງມັນໄປທີ່ຂົ້ວໂລກເໜືອໃຫ້ຊານຕ້າ ແລະ ເອລຟ໌ຂອງລາວໄດ້ບໍ່? ເຮົາຢາກຈະປົກປ້ອງວັນຄຣິສມາສ ແລະ ຕ້ອງການໃຫ້ເດັກນ້ອຍທຸກຄົນມີຄວາມສຸກ," ນີ້ແມ່ນຂໍ້ຄວາມຈາກຈົດໝາຍຂອງເດັກຊາຍຄົນນັ້ນ.

.

ຫຼັງຈາກນັ້ນບໍ່ເທົ່າໃດອາທິດ Pfizer ໃນໄອແລນກໍໄດ້ສົ່ງພັດສະດຸ ແລະ ຈົດໝາຍຕອບກັບ ໂດຍໄດ້ຂອບໃຈເດັກຊາຍ ສຳລັບກຳລັງໃຈໃນການພັດທະນາວັກຊີນ ແລະ ຍັງບອກວ່າເດັກໆທຸກຄົນຢູ່ໃນລາຍຊື່ຂອງຊານຕ້າ ເພາະພວກເຂົາລ້າງມືໃຫ້ສະອາດຢູ່ສະເໝີ ແລະ ຊ່ວຍເຫຼືອຄົນຢູ່ເຮືອນໄດ້ເປັນຢ່າງດີ.

.

Pfizer ຍັງບອກອີກວ່າ ໄດ້ຕິດຕໍ່ກັບຊານຕ້າ ແລະ ເອລຟ໌ແລ້ວ ເຊິ່ງພວກເຂົາຕ່າງກໍປອດໄພດີ ແລະ ພ້ອມທີ່ຈະສົ່ງຂອງຂວັນໃນຄຣິສມາສອີຟອີກດ້ວຍ.

.

ທັງນີ້, Pfizer-BioNTech ເປັນບໍລິສັດທຳອິດທີ່ວັກຊີນໂຄວິດ-19 ໄດ້ຮັບການຮັບຮອງ ແລະ ມີການສັກໃຫ້ປະຊາຊົນແລ້ວ ໂດຍອັງກິດເປັນປະເທດທຳອິດທີ່ໄດ້ເລີ່ມໃຊ້ວັກຊີນນີ້ກັບປະຊາຊົນເຖິງ 6 ແສນລາຍ ແລະສະຫະລັດກໍສັກໃຫ້ປະຊາຊົນໄປແລ້ວ 1.1 ລ້ານລາຍ.

.

ບັນນາທິການ muan.la

ອ້າງອີງ: NY Times, Aljazeera

ความคิดเห็น

ອ່ານເພີ່ມ

ບໍລິສັດ ຊືເຟິງ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ( LXML ) ບໍ່ຄໍາ-ທອງເຊໂປນ ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ ສໍາລັບຜົນງານໃນການສະກັດກັ້ນກັບການລະບາດຂອງພະຍາດ COVID – 19.

  ບໍລິສັດ ຊືເຟິງ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ( LXML ) ບໍ່ຄໍາ-ທອງເຊໂປນ ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ ສໍາລັບຜົນງານໃນການສະກັດກັ້ນກັບການລະບາດຂອງພະຍາດ COVID – 19.         ພິທີປະກາດ ແລະ ມອບຮັບລາງວັນດັ່ງກ່າວແມ່ນໄດ້ຈັດຂຶ້ນໃນວັນທີ 13 ພະຈິກ ປີ 2020 ຜ່ານມາ ທີ່ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2020 ( ASEAN Business and Investment Summit – ABIS 2020 ) ທີ່ນະຫຼວງຮ່າໂນ້ຍ ສສ ຫວຽດນາມ. ລາງວັນດັ່ງກ່າວແມ່ນລາງວັນທຸລະກິດດີເດັ່ນໃນພາກພື້ນ ທີ່ໄດ້ປະກອບສ່ວນຕໍ່ກັບການປ້ອງກັນພະຍາດ ໂຄວິດ - 19 ຂອງບໍລິສັດ ຊືເຟິງລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ( LXML ) ໂດຍໄດ້ຖືກຄັດເລືອກຈາກຫຼາຍຮ້ອຍຫົວໜ່ວຍທຸລະກິດ ແລະ ນັກລົງທຶນໃນພາກພື້ນ. ທ່ານ ພໍ ແຮຣິສ ຜູ້ຈັດການໃຫຍ່ LXML ໄດ້ກ່າວວ່າ : ລາງວັນອັນຊົງກຽດນີ້ ແມ່ນໝາກຜົນຄວາມມຸ້ງໝັ້ນ ແລະ ຄວາມເອົາໃຈໃສ່ສູງສຸດຂອງລັດຖະບານລາວ ແລະ ບັນດາພະນັກງານຂອງບໍລິສັດ LXML ໃນການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ COVID – 19 ທີ່ພວກເຮົາໄດ້ຮັບມືກັບການລະບາດຂອງພະຍາດດັ່ງກ່າວໃນຄັ້ງນີ້ ຄືດັ່ງກັບການຮັບມືກັບວິກິດການໃດໜຶ່ງ ກ່ອນທີ່ມັນຈະເກີດຂຶ້ນຕົວຈິງ.  ຜ່ານການຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ຄວ...

ຫຼັກການບໍລິຫານເວລາ

ເວລາເປັນນາມມະທຳ ຊຶ່ງບໍ່ສາມາດຈັບຕ້ອງໄດ້ ແຕ່ຊ້ຳພັດມີຄວາມສຳຄັນຫຼາຍຕໍ່ການດຳລົງຊີວິດຂອງມວນມະນູດ ຈົນບໍ່ອາດປະເມີນຄ່າໄດ້ ແລະ ບໍ່ສາມາດໃຊ້ເງິນຊື້ມາໄດ້. ໃນໜຶ່ງໆມື້ ທຸກຄົນມີເວລາ 24ຊົ່ວໂມງເທົ່າກັນ ແຕ່ຫຼາຍຄົນມັກເວົ້າວ່າ “ ບໍ່ມີເວລາ ” ສາເຫດກໍຍ້ອນວ່າຄົນເຫຼົ່ານັ້ນນຳໃຊ້ເວລາຢ່າງຜິດໆ ຈຶ່ງເຮັດໃຫ້ວຸ້ນວາຍ ແລະ ເຮັດວຽກຢ່າງບໍ່ມີປະສິດທິພາບເທົ່າທີ່ຄວນ. ດັ່ງນັ້ນ ການບໍລິຫານເວລາຈຶ່ງເປັນສິ່ງສຳຄັນ ຖ້າມີການຈັດສັນເວລາທີ່ດີ ເຮົາສາມາດເຮັດທຸກຢ່າງໄດ້ຕາມທີ່ຕ້ອງການ. ຊຶ່ງພວກເຮົາສາມາດປ່ຽນວິທີການບໍລິຫານເວລາທີ່ຖືກຕ້ອງ ແລະມີເວລາວ່າງຫຼາຍຂຶ້ນ ບໍ່ວ່າຈະເປັນການງານ ຫຼື ຊີວິດປະຈຳວັນເຊັ່ນ: ການຈັດການງານຫຼັກ: ໃນໜຶ່ງມື້ ເຮົາມັກຈະມີວຽກງານຫຼາຍໆຢ່າງເຂົ້າມາພ້ອມກັນ ຊຶ່ງຮູ້ດີວ່າເຮົາບໍ່ສາມາດເຮັດວຽກຫຼາຍຢ່າງໃນເວລາດຽວກັນໄດ້. ດັ່ງນັ້ນ ຫຼັກການບໍລິຫານເວລາ Eisenhower Method ຫຼື   ໂມເດລ ການບໍລິຫານເວລາ 4ສ່ວນ ຂອງປະທານາທິບໍດີໄອເຊນຮາວດ໌ ຜູ້ທີ່ບໍລິຫານເວລາໄດ້ຍອດຢ້ຽມທີ່ສຸດຄົນໜຶ່ງໃນປະຫວັດສາດ ຈຶ່ງເໝາະແກ່ການນໍາມາໃຊ້ໃນການບໍລິຫານເວລາຂອງການເຮັດວຽກໃຫ້ເປັນລະບົບ ແລະ ມີປະສິດທິພາບຍິ່ງຂຶ້ນຄື:   (1) ສິ່ງສໍາຄັນແລະເລັ່ງດ່ວນ ຄື ສິ່ງທີ່ຕ້ອງເຮັດທັນທີ ແລະ ໃຫ້ໄວທີ່ສ...

ມະຕິຕົກລົງໃຫ້ແມ່ຍິງຖືພາທຳຳແທ້ງໄດ້

ປະເທດໄທ ຄຣມ. ມີມະຕິຕົກລົງ ໃຫ້ຍິງຖືພາອາຍຸຄັນບໍ່ເກີນ 12ອາທິດ ທຳແທ້ງໄດ້. ຄະນະລັດທະມົນຕີມີມະຕິເຫັນດີຕົກລົງຮ່າງພຣະລາຊະບັນຍັດ ແກ້ໄຂເພີ່ມເຕີມປະມວນກົດໝາຍອາຍາຄວາມຜິດຖານລຸລູກ ຫຼືືືທຳແທ້ງ ໃນກໍລະນີຂອງຜູ້ຍິງທີ່ມີອາຍຸຄັນບໍ່ເກີນ 12ອາທິດ ເປັນທີ່ຮຽບຮ້ອຍແລ້ວ. ຣັດຊະດາ ທະນາດິເຣກ ຮອງໂຄສະນາປະຈຳສຳນັກນາຍົກລັດຖະມົນຕີ ຖະແຫຼງພາຍຫຼັັງການປະຊຸມຄະນະລັດຖະມົນຕີ ເລື່ອງກົດໝາຍການທຳແທ້ງວ່າ ລັດທະບານເຫັນດີຕົກລົງແກ້ໄຂເພີ່ມເຕີມປະມວນກົດໝາຍອາຍາຄວາມຜິດຖານເຮັດໃຫ້ແທ້ງລູກ ປະກອບດ້ວຍ ມາດຕາ 301 ແລະ ມາດຕາ 305 ຫຼັັງຈາກ ມີຂໍ້ວິນິດໄສຕາມສານລັດທະທຳມະນູນວ່າ ການຫ້າມການທຳແທ້ງນັ່ນຂັດຕໍ່ລັດທະທຳມະນູນ ມາດຕາ 27 ທີ່ລະບຸວ່າ ບຸກຄົນຍ່ອມສະເໝີກັນໃນກົດໝາຍເທົ່າທຽບກັນ ແລະ ມາດຕາ 28 ວ່າ ບຸກຄົນຍ່ອມມີສິິິດທິ ແລະ ເສລີພາບໃນຊີວິດປະຈຳວັນ. . อ้างอิงจาก https://www.thairath.co.th/news/politic/1978321 https://www.bangkokbiznews.com/news/detail/908269 https://www.matichon.co.th/politics/news_202346 #Brief #TheMATTER