ข้ามไปที่เนื้อหาหลัก



konosuke matsushita

ໂກໂນຊຸເກະ ມັຕສຸຊິຕະ

ປະຫວັດ ແລະຄວາມເປັນມາໃນໄວເດັກຂອງ: ໂກໂນຊຸເກະ ມັຕສຸຊິຕະ ຊຶ່ງເກີດວັນທີ 27 ເດືອນພະຈິກ ປີ 1894 ເປັນລູກຊາຍຫຼ້າໃນຈໍານວນລູກແປດຄົນຂອງທ່ານ ມາຊາກຸຊຸ ຊຶ່ງແມ່ນຊາວນາຮັ່ງມີແລະໂຕກຸເອະ ຜູ້ເປັນເມຍ ຢູ່ເຂດຊົນນະບົດຂອງກໍາແພງນະຄອນວາກາຢາມະ ເປັນເຂດກະສິກໍາຢູ່ຕາເວັນອອກສ່ຽງໃຕ້ຂອງໂອຊາກະ. 

ພໍ່ຂອງລາວແມ່ນສະມາຊິກສະພາທ້ອງຖິ່ນ ແລະເຮັດວຽກໄລຍະໜຶ່ງຢູ່ຫ້ອງການປົກຄອງຂອງບ້ານ. ຄອບຄົວຂອງມັຕສຸຊິຕະຂ້ອນຂ້າງມີຖານະດີ ມີດິນຄອບຄອງ ຊຶ່ງເປັນມໍລະດົກຕົກທອດມາໄດ້ຫຼາຍເຊັ່ນຄົນ. ຕອນຕົ້ນຂອງສະໄໝໄວເດັກຂອງໂກໂນຊຸເກະມີຄວາມສຸກແລະໄຮ້ກັງວົນ. 

ແຕ່ໃນປີ 1899 ຄອບຄົວນີ້ຕົກຢູ່ໃນວິກິດແສນສາຫັດ. ສົງຄາມລະຫວ່າງຈີນ-ຍີ່ປຸ່ນ ໃນປີ 1899-95 ພາໃຫ້ເກີດຍຸກເຕີບໂຕທາງເສດຖະກິດຕາມມາ ແລະມີການຈັດຕັ້ງການແລກປ່ຽນຫຸ້ນແລະສິນຄ້າຕ່າງໆທົ່ວປະເທດ ຊຶ່ງແມ່ນວິທີການໜຶ່ງໃນການກະຕຸ້ນອຸດສາຫະກໍາໃນທ້ອງຖິ່ນ. ຫຼາຍຄົນພາກັນເຫີ່ກັບການເກັງກໍາໄລ ແລະພໍ່ຂອງໂກໂນຊຸເກະກໍແມ່ນຄົນໜຶ່ງໃນຈໍານວນຄົນເຫຼົ່ານັ້ນ. ຫຼັງຈາກທີ່ລາວເລີ່ມລົງທຶນໃສ່ການແລກປ່ຽນຫຸ້ນຢູ່ໃນທ້ອງຖິ່ນ ຄວາມຫາຍຍະນະກໍເກີດຂຶ້ນ ຕະຫຼາດລົ້ມລະລາຍ ມາຊາກຸຊຸສູນເສຍຫຸ້ນສ່ວນທັງໝົດຂອງຕົນ ລວມທັງເຮືອນແລະທີ່ດິນຂອງບັນພະບຸລຸດ.

ສິ່ງທີ່ຕາມມາຈາກຄວາມຫາຍຍະນະໃນຄັ້ງນັ້ນ ຄືທັງອ້າຍສອງຄົນຂອງໂກໂນຊຸເກະ ແລະມາຊາກຸຊຸ ກໍບໍ່ສາມາດນໍາພາຄອບຄົວໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກດ້ວຍຕົນເອງໄດ້ ຜູ້ເປັນພໍ່ຈຶ່ງຕັ້ງຄວາມຫວັງໄວ້ກັບໂກໂນຊຸເກະ ໃນໄວສີ່ຂວບ ຊຶ່ງຈະເປັນຜູ້ສືບທອບຕະກູນມັຕສຸຊິຕະ. 


ความคิดเห็น

ອ່ານເພີ່ມ

ບໍລິສັດ ຊືເຟິງ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ( LXML ) ບໍ່ຄໍາ-ທອງເຊໂປນ ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ ສໍາລັບຜົນງານໃນການສະກັດກັ້ນກັບການລະບາດຂອງພະຍາດ COVID – 19.

  ບໍລິສັດ ຊືເຟິງ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ( LXML ) ບໍ່ຄໍາ-ທອງເຊໂປນ ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ ສໍາລັບຜົນງານໃນການສະກັດກັ້ນກັບການລະບາດຂອງພະຍາດ COVID – 19.         ພິທີປະກາດ ແລະ ມອບຮັບລາງວັນດັ່ງກ່າວແມ່ນໄດ້ຈັດຂຶ້ນໃນວັນທີ 13 ພະຈິກ ປີ 2020 ຜ່ານມາ ທີ່ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2020 ( ASEAN Business and Investment Summit – ABIS 2020 ) ທີ່ນະຫຼວງຮ່າໂນ້ຍ ສສ ຫວຽດນາມ. ລາງວັນດັ່ງກ່າວແມ່ນລາງວັນທຸລະກິດດີເດັ່ນໃນພາກພື້ນ ທີ່ໄດ້ປະກອບສ່ວນຕໍ່ກັບການປ້ອງກັນພະຍາດ ໂຄວິດ - 19 ຂອງບໍລິສັດ ຊືເຟິງລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ( LXML ) ໂດຍໄດ້ຖືກຄັດເລືອກຈາກຫຼາຍຮ້ອຍຫົວໜ່ວຍທຸລະກິດ ແລະ ນັກລົງທຶນໃນພາກພື້ນ. ທ່ານ ພໍ ແຮຣິສ ຜູ້ຈັດການໃຫຍ່ LXML ໄດ້ກ່າວວ່າ : ລາງວັນອັນຊົງກຽດນີ້ ແມ່ນໝາກຜົນຄວາມມຸ້ງໝັ້ນ ແລະ ຄວາມເອົາໃຈໃສ່ສູງສຸດຂອງລັດຖະບານລາວ ແລະ ບັນດາພະນັກງານຂອງບໍລິສັດ LXML ໃນການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ COVID – 19 ທີ່ພວກເຮົາໄດ້ຮັບມືກັບການລະບາດຂອງພະຍາດດັ່ງກ່າວໃນຄັ້ງນີ້ ຄືດັ່ງກັບການຮັບມືກັບວິກິດການໃດໜຶ່ງ ກ່ອນທີ່ມັນຈະເກີດຂຶ້ນຕົວຈິງ.  ຜ່ານການຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ຄວ...

ຫຼັກການບໍລິຫານເວລາ

ເວລາເປັນນາມມະທຳ ຊຶ່ງບໍ່ສາມາດຈັບຕ້ອງໄດ້ ແຕ່ຊ້ຳພັດມີຄວາມສຳຄັນຫຼາຍຕໍ່ການດຳລົງຊີວິດຂອງມວນມະນູດ ຈົນບໍ່ອາດປະເມີນຄ່າໄດ້ ແລະ ບໍ່ສາມາດໃຊ້ເງິນຊື້ມາໄດ້. ໃນໜຶ່ງໆມື້ ທຸກຄົນມີເວລາ 24ຊົ່ວໂມງເທົ່າກັນ ແຕ່ຫຼາຍຄົນມັກເວົ້າວ່າ “ ບໍ່ມີເວລາ ” ສາເຫດກໍຍ້ອນວ່າຄົນເຫຼົ່ານັ້ນນຳໃຊ້ເວລາຢ່າງຜິດໆ ຈຶ່ງເຮັດໃຫ້ວຸ້ນວາຍ ແລະ ເຮັດວຽກຢ່າງບໍ່ມີປະສິດທິພາບເທົ່າທີ່ຄວນ. ດັ່ງນັ້ນ ການບໍລິຫານເວລາຈຶ່ງເປັນສິ່ງສຳຄັນ ຖ້າມີການຈັດສັນເວລາທີ່ດີ ເຮົາສາມາດເຮັດທຸກຢ່າງໄດ້ຕາມທີ່ຕ້ອງການ. ຊຶ່ງພວກເຮົາສາມາດປ່ຽນວິທີການບໍລິຫານເວລາທີ່ຖືກຕ້ອງ ແລະມີເວລາວ່າງຫຼາຍຂຶ້ນ ບໍ່ວ່າຈະເປັນການງານ ຫຼື ຊີວິດປະຈຳວັນເຊັ່ນ: ການຈັດການງານຫຼັກ: ໃນໜຶ່ງມື້ ເຮົາມັກຈະມີວຽກງານຫຼາຍໆຢ່າງເຂົ້າມາພ້ອມກັນ ຊຶ່ງຮູ້ດີວ່າເຮົາບໍ່ສາມາດເຮັດວຽກຫຼາຍຢ່າງໃນເວລາດຽວກັນໄດ້. ດັ່ງນັ້ນ ຫຼັກການບໍລິຫານເວລາ Eisenhower Method ຫຼື   ໂມເດລ ການບໍລິຫານເວລາ 4ສ່ວນ ຂອງປະທານາທິບໍດີໄອເຊນຮາວດ໌ ຜູ້ທີ່ບໍລິຫານເວລາໄດ້ຍອດຢ້ຽມທີ່ສຸດຄົນໜຶ່ງໃນປະຫວັດສາດ ຈຶ່ງເໝາະແກ່ການນໍາມາໃຊ້ໃນການບໍລິຫານເວລາຂອງການເຮັດວຽກໃຫ້ເປັນລະບົບ ແລະ ມີປະສິດທິພາບຍິ່ງຂຶ້ນຄື:   (1) ສິ່ງສໍາຄັນແລະເລັ່ງດ່ວນ ຄື ສິ່ງທີ່ຕ້ອງເຮັດທັນທີ ແລະ ໃຫ້ໄວທີ່ສ...

ມະຕິຕົກລົງໃຫ້ແມ່ຍິງຖືພາທຳຳແທ້ງໄດ້

ປະເທດໄທ ຄຣມ. ມີມະຕິຕົກລົງ ໃຫ້ຍິງຖືພາອາຍຸຄັນບໍ່ເກີນ 12ອາທິດ ທຳແທ້ງໄດ້. ຄະນະລັດທະມົນຕີມີມະຕິເຫັນດີຕົກລົງຮ່າງພຣະລາຊະບັນຍັດ ແກ້ໄຂເພີ່ມເຕີມປະມວນກົດໝາຍອາຍາຄວາມຜິດຖານລຸລູກ ຫຼືືືທຳແທ້ງ ໃນກໍລະນີຂອງຜູ້ຍິງທີ່ມີອາຍຸຄັນບໍ່ເກີນ 12ອາທິດ ເປັນທີ່ຮຽບຮ້ອຍແລ້ວ. ຣັດຊະດາ ທະນາດິເຣກ ຮອງໂຄສະນາປະຈຳສຳນັກນາຍົກລັດຖະມົນຕີ ຖະແຫຼງພາຍຫຼັັງການປະຊຸມຄະນະລັດຖະມົນຕີ ເລື່ອງກົດໝາຍການທຳແທ້ງວ່າ ລັດທະບານເຫັນດີຕົກລົງແກ້ໄຂເພີ່ມເຕີມປະມວນກົດໝາຍອາຍາຄວາມຜິດຖານເຮັດໃຫ້ແທ້ງລູກ ປະກອບດ້ວຍ ມາດຕາ 301 ແລະ ມາດຕາ 305 ຫຼັັງຈາກ ມີຂໍ້ວິນິດໄສຕາມສານລັດທະທຳມະນູນວ່າ ການຫ້າມການທຳແທ້ງນັ່ນຂັດຕໍ່ລັດທະທຳມະນູນ ມາດຕາ 27 ທີ່ລະບຸວ່າ ບຸກຄົນຍ່ອມສະເໝີກັນໃນກົດໝາຍເທົ່າທຽບກັນ ແລະ ມາດຕາ 28 ວ່າ ບຸກຄົນຍ່ອມມີສິິິດທິ ແລະ ເສລີພາບໃນຊີວິດປະຈຳວັນ. . อ้างอิงจาก https://www.thairath.co.th/news/politic/1978321 https://www.bangkokbiznews.com/news/detail/908269 https://www.matichon.co.th/politics/news_202346 #Brief #TheMATTER