ข้ามไปที่เนื้อหาหลัก

บทความ

กำลังแสดงโพสต์จาก 2023

อาหารลาวแชบๆ

 ข้าวปุนแจ่วขีงในตำนาน ใครได้ชิมแล้วจะติดใจ ເຂົ້າປຸ້ນແຈ່ວຂີງໃນຕຳນານ ໃຜໄດ້ຊິມແລ້ວຈະຕິດໃຈ พิกัดร้าน ตั้งอยู่ริมแม่น้ำ  วัดไฮคำ, บ. ไฮคำ, ม. ไชเสดถา, นครหลวงเวียงจันทน์. นอกจากข้าวปุ้นแชบๆแล้ว ยังมีปี้งไก่ และส้มตำ พร้อม สาระพัดเมนูให้ได้ชิม.

วิถีชาวบ้าน

ພາບວິຖີຊີວິດຂອງຊາວບ້ານໃນຊົນນະບົດລາວ ເຫັນແລ້ວຄິດຮອດອະດີດຂຶ້ນມາເລີຍ. ภาพวิถีชีวิตของชาวบ้านใน ชนนะบดลาว เห็นแล้วคิดถึงอดีตมาก็เลย. ໜໍ່ໄມ້ພວມເກີດໃນກາງສວນງາມໆ ເຫັດປວກທັງນັ້ນ / เห็ดปลวก แตงไร่  

บุญบั้งไฟลาว

วันนี้จะพาทุกท่านมาชมบั้งไฟใหญ่ ที่บุญบั้งไฟ เมืองวังเวียงแขวง เวียงจันทน์ ครั้งวันที่ 13 พฤษภา 2023. ว

อาหารลาว | ອາຫານລາວ

ເມື່ອເວົ້າເຖິງອາຫານພື້ນບ້ານທີ່ສືບຖອດມາແຕ່ສະໄໝອີ່ປູ່ອີ່ຍ່າ ກໍຄົງບໍ່ມົ້ມເມນູຜັກລວກກິນກັບແຈ່ວປາແດກແຊບອີ່ຫຼີພີ່ນ້ອງເອີ່ຍ. เมื่อกล่าวถึง อาหารลาวพื้นบ้านที่สืบทอดกันมาตั้งแต่เวลาหลายปี ก็ไม่ลืมเมนูนี้ คือ ผักลวกินกับ น้ำพริกปลาร้า หลือ แจ่วปลาแดกนั้นเอง ขุ้ยกับข้าวเหนียวอร่อยมากเลยค่ะ.  

ຕຳນານທົ່ງນາເງືອກ

 ທົ່ງນາເງືອກ ແຂວງສະຫວັນນະເຂດ ເມືອງວິລະບູລີ ຢູ່ໃນເຂດສຳປະທານບໍ່ຄຳ-ທອງເຊໂປນ ປັດຈຸບັນແມ່ນເປັນມໍຣະດົກສະຖານ ມີເນື້ອທີ່ 3.66 ເຮັກຕາ, ທິດເໜືອ 103 ແມັດ, ທິດໃຕ້ 92 ແມັດ, ທິດຕາເວັນອອກ 73 ແມັດ ແລະ ທິດຕາເວັນຕົກ 87 ແມັດ. ປະຫວັດຄວາມເປັນມາ ຫຼື ຕຳນານທົ່ງນາເງືອກນັ້ນ ໃນອະດີດຫຼາຍຮ້ອຍປີມາແລ້ວໃນບໍລິເວນໃກ້ຄຽງ ທົ່ງນາເງືອກ ເຄີຍມີຄົນອາໄສຢູ່ເປັນຖິ່ນຖານ ທຳມາຫາກິນດ້ວຍຄວາມອຸດົມສົມບູນ, ເວລາຜ່ານໄປ ຄວາມອຸດົມສົມບູນເຫຼົ່ານີ້ກໍຈືດຈາງຫາຍໄປ ເພາະມີ “ເງືອກສອງໂຕ ຫຼື ເງືອກສອງຜົວເມຍ” ມາລົບກວນຊາວບ້ານ ເຊິ່ງຜູ້ເຖົ້າບາງຄົນເວົ້າວ່າ: ເງືອກສອງໂຕນີ້ ຖືກໄລ່ໃຫ້ໜີຈາກບໍລິເວນສາຍນ້ຳກະດິງ, ຍ້ອນວ່າເງືອກສອງຜົວເມຍນີ້ອາດຈະສົ່ງຜົນຮ້າຍມາໃຫ້ບ້ານເມືອງ ແລະ ອາດຈະກິນຄົນກິນເງືອກດ້ວຍກັນ. ເງືອກຄູ່ນີ້ລອຍລົງມາຕາມລຳນ້ຳຂອງ ຈົນຮອດສາຍນ້ຳເຊບັ້ງຫຽງ ເຂົ້າສູ່ລຳເຊກອກ ພາສາບຣູເອີ້ນວ່າ: ເດິເຣາະ ເພື່ອຊອກຫາເບິ່ງວ່າ: ສາຍນ້ຳສາຍໃດ? ວັງນ້ຳວັງໃດ? ບໍ່ທັນມີເຈົ້າມີຈອມ ຫຼື ບໍ່ມີອິດທິພົນເໜືອກວ່າຕົນເອງກໍຈະຢູ່ບ່ອນນັ້ນ.ຕໍ່ມາກໍພາກັນ ແວ່ເຂົ້າໄປຕາມຫ້ວຍຕະນົງ ເຊິ່ງມີຍອດນ້ຳຢູ່ບໍລິເວນເຢີ້ນພູຜາດ່າງ ແລະ ໄຫຼລົງມາຢ່ອງໃສ່ນ້ຳກອກ, ສະເພາະເງືອກຕົວເມຍ ແທນທີ່ຈະປ່ຽນການກະທຳເກົ່າທີ່ບໍ່ດີ ແຕ່ຊ້ຳພັດບີບບ...

ການຮັບມືກັບອາກາດໜ້າຮ້ອນ

 ລະດູການໜ້າຝົນແທນທີ່ຝົນຈະຕົກຊຸ່ມເຢັນ ແຕ່ກັບແຫ້ງແລ້ງແລະອຸນຫະພູມຍັງຈະເພີ່ມຂຶ້ນສູງເຖິງ 40° -50°c ຈາກການພະຍາກອນອາກາດ. ຊຶ່ງໄດ້ເວລາແລ້ວທີ່ພວກເຮົາຈະຕ້ອງເລັ່ງດ່ວນຕໍ່ການຮັບມື້ກັບອາກາດຮ້ອນອົບເອົ້າແບບນີ້.  1. ທ່ານໝໍບອກວ່າ ຖ້າຮ້ອນເຖິງ 40 ອົງສາ ບໍ່ຄວນດື່ມນ້ຳເຢັນຕໍ່ໄປ.  ເນື່ອງຈາກວ່າເສັ້ນເລືອດຝອຍອາດຈະແຕກ ຫຼື ລະເບີດໄດ້​ ມີໝູ່ຂອງໝໍຄົນໜຶ່ງມາຈາກສະພາບອາກາດພາຍນອກ.  ຮ້ອນຈົນເຫື່ອແຕກ  ລາວຮີບລ້າງຕີນຢ່າງໄວວາດ້ວຍນໍ້າເຢັນ.  ຜົນປາກົດວ່າຕາບໍ່ສາມາດແນມເຫັນໄດ້ ແລະຕ້ອງໄດ້ໂທຫາລົດໂຮງໝໍດ່ວນ.  2. ຖ້າມັນຮ້ອນເຖິງ 38 ອົງສາ, ຈົ່ງປ່ອຍໃຫ້ຮ່າງກາຍຮ້ອນໄປ.  ຫ້າມດື່ມນໍ້າເຢັນ  ໃຫ້ດື່ມນ້ຳຮ້ອນ ຫຼື ນ້ຳອຸ່ນ, ດື່ມຊ້າໆ, ຢ່າຟ້າວລ້າງຂາ, ລ້າງມື ຫຼື ບໍລິເວນທີ່ຖືກແສງແດດໄໝ້ ຄວນລໍຖ້າ 30 ນາທີກ່ອນຈິ່ງລ້າງ ຫລື ອາບນ້ຳ.  3. ມີຜູ້ຊາຍຄົນໜຶ່ງ ລາວຮ້ອນຫຼາຍ, ລາວຮີບອາບນໍ້າ.  ຫຼັງຈາກອາບນໍ້າ, ຄາງກະໄຕແຂງ.  ຊ໊ອກຍ້ອນ ເສັ້ນເລືອດອຸດຕັນ ** ຂໍ້ຄວນລະວັງ **  ໃນລະດູຮ້ອນ , ອາກາດຮ້ອນ ຫລື ໃນເວລາທີ່ທ່ານອ່ອນເພຍ.  ໃຫ້ຫຼີກລ່ຽງການດື່ມນໍ້າເຢັນທັນທີ.  ເພາະຈະເຮັດໃຫ້ເສັ້ນເລືອດຫົດຕົວ  ຫຼັງຈາກນັ້ນເຮັດໃຫ້ ເສ...

เรือนสามน้ำสี่ | ເຮືອນສາມນ້ຳສີ່

  เรือนสามน้ำสี่ ของแม่หญิงลาว #เรือนสามมี: เรือนผม, เรือนครัว, เรือนนอน. #น้ำสี่: น้ำดื่ม, น้ำใช้, น้ำใจ, น้ำเต้ าปูน ເຮືອນສາມນ້ຳສີ່ ຂອງແມ່ຍິງລາວ ເຮືອນສາມປະເພດມີ: 1. ເຮືອນຜົມ: ແມ່ຍິງລາວເກົ້າຜົມເປັນລະບຽບຈົບງາມ, ສະ, ລ້າງ ໃຫ້ສະອາດຢູ່ສະເໝີ. 2. ເຮືອນຄົວ: ເປັນບ່ອນແຕ່ງຢູ່ຄົວກິນ ຕ້ອງໝັ່ນຮັກສາອະນາໄມໃຫ້ສະອາດງາມຕາ. 3. ເຮືອນນອນ: ເປັນບ່ອນຢູ່ອາໄສ ພັກຜ່ອນ ຕ້ອງໃຫ້ສະອາດ. ນ້ຳສີ່ປະເພດມີ:  1. ນ້ຳດື່ມ: ຕ້ອງມີເຕັມອຸເຕັມແອ່ງ ເພື່ອແຂກຄົນໄທໃກ້ໄກມາຢາມ ໄດ້ກິນນ້ຳກິນໄນ ສະນັ້ນແລ້ວ ນ້ຳດື່ມກໍຢ່າໄດ້ຂາດ. 2. ນ້ຳໃຊ້: ມີໃຫ້ພຽງພໍຕໍ່ການຊົມໃຊ້ໃນຊີວິດປະຈຳວັນ ແລະມີແຮໄວ້ໃຊ້ໃນຍາມສຸກເສີນ ຈຶ່ງມີພ້ອມໃຫ້ເຕັມອຸເຕັມໄຫ. 3. ນ້ຳໃຈ: ຄົນລາວຕ້ອງມີຈິດໃຈອວບເອື້ອອາລີຕໍ່ກັນ ມີນ້ຳໃຈໄມຕີ ເສຍສະຫຼະເພື່ອສັງຄົມ. 4. ນ້ຳເຕົ້າປູນ: ເປັນແມ່ຍິງລາວຕ້ອງດຸໝັ່ນ ສະຫຼາດຮອບຮູ້ໃນການເປັນແມ່ສີເຮືອນທີ່ດີ.
konosuke matsushita ໂກໂນສຸເກະ ມັສຊຸຊິຕະ ຈຸດປ່ຽນຂອງເຂົາກ່ອນກ້າວເປັນຜູ້ມີຊື່ສຽງລະດັບໂລກທາງດ້ານທຸລະກິດ.           ພໍອາຍຸໄດ້ເກົ້າຂວບ ໂກໂນຊຸເກະອອກຈາກໂຮງຮຽນປະຖົມ ແລະເດີນທາງໄປໃຊ້ຊີວິດຄົນດຽວທີ່ໂອຊາກະ ຊຶ່ງເປັນບ່ອນລາວກາຍມາເປັນຄົນຝຶກງານຢູ່ຮ້ານຂາຍເຕົາໂລ້ໃຊ້ຖ່ານ. ໃນປີ  1905  ລາວຍ້າຍໄປເຮັດວຽກຢູ່ຮ້ານຂາຍສົ່ງລົດຖີບ ແລະກໍສໍາເລັດການຝຶກງານເປັນເວລາຫົກປີ.            ໃນສະໄໝນັ້ນ ການໃຊ້ຊີວິດຂອງເດັກຝຶກງານແສນຍາກລໍາບາກ ຕະຫຼອດຫົກປີມີຫຼາຍເທື່ອທີ່ໂກໂນຊຸເກະຄິດຢາກຫຼົບໜີ ແຕ່ຍ້ອນຄວາມຝັນຂອງພໍ່ທີ່ຈະຟື້ນຟູຄວາມມັ້ງຄັ້ງຂອງຄອບຄົວ ລາວຈຶ່ງຍັງຢູ່ກັບຮ້ານຂາຍລົດຖີບຕໍ່ໄປ. ໃນປີ  1906  ກ່ອນທີ່ຄວາມຝັນຈະກາຍເປັນຈິງ ທ່ານ ມາຊາກຸຊຸໄດ້ເຖິງແກ່ກໍາໄປ ຫຼັງຈາກການລົ້ມປ່ວຍທີ່ຍືດເຍື້ອ.           ຫຼາຍປີ ຫຼັງຈາກຍີ່ປຸ່ນໄດ້ຮັບໄຊຊະນະໃນສົງຄາມຣັດເຊຍ-ຍີ່ປຸ່ນ ປີ  1905  ໂກໂນຊຸເກະເຝົ້າເບິ່ງການປ່ຽນແປງຢ່າງລະທຶກໃຈທີ່ດໍາເນີນຢູ່ໃນນະຄອນໂອຊາກະ. ໂຄມໄຟຟ້າທີ່ໄຕ້ຕາມທ້ອງຖະໜົນເລີ່ມເຂົ້າມາແທນໂຄມໄຟທີ່ໃຊ້ແກສແລະນໍ້າມັນ ຕຶກໃຫຍ່ແບບຕາເວັນຕົກຜຸດຂຶ້ນຫຼັງແລ້ວຫຼ...
konosuke matsushita ໂກໂນຊຸເກະ ມັຕສຸຊິຕະ ປະຫວັດ ແລະຄວາມເປັນມາໃນໄວເດັກຂອງ : ໂກໂນຊຸເກະ ມັຕສຸຊິຕະ ຊຶ່ງເກີດວັນທີ 27 ເດືອນພະຈິກ ປີ 1894 ເປັນລູກຊາຍຫຼ້າໃນຈໍານວນລູກແປດຄົນຂອງທ່ານ ມາຊາກຸຊຸ ຊຶ່ງແມ່ນຊາວນາຮັ່ງມີແລະໂຕກຸເອະ ຜູ້ເປັນເມຍ ຢູ່ເຂດຊົນນະບົດຂອງກໍາແພງນະຄອນວາກາຢາມະ ເປັນເຂດກະສິກໍາຢູ່ຕາເວັນອອກສ່ຽງໃຕ້ຂອງໂອຊາກະ.  ພໍ່ຂອງລາວແມ່ນສະມາຊິກສະພາທ້ອງຖິ່ນ ແລະເຮັດວຽກໄລຍະໜຶ່ງຢູ່ຫ້ອງການປົກຄອງຂອງບ້ານ. ຄອບຄົວຂອງມັຕສຸຊິຕະຂ້ອນຂ້າງມີຖານະດີ ມີດິນຄອບຄອງ ຊຶ່ງເປັນມໍລະດົກຕົກທອດມາໄດ້ຫຼາຍເຊັ່ນຄົນ. ຕອນຕົ້ນຂອງສະໄໝໄວເດັກຂອງໂກໂນຊຸເກະມີຄວາມສຸກແລະໄຮ້ກັງວົນ.  ແຕ່ໃນປີ 1899 ຄອບຄົວນີ້ຕົກຢູ່ໃນວິກິດແສນສາຫັດ. ສົງຄາມລະຫວ່າງຈີນ-ຍີ່ປຸ່ນ ໃນປີ 1899-95 ພາໃຫ້ເກີດຍຸກເຕີບໂຕທາງເສດຖະກິດຕາມມາ ແລະມີການຈັດຕັ້ງການແລກປ່ຽນຫຸ້ນແລະສິນຄ້າຕ່າງໆທົ່ວປະເທດ ຊຶ່ງແມ່ນວິທີການໜຶ່ງໃນການກະຕຸ້ນອຸດສາຫະກໍາໃນທ້ອງຖິ່ນ. ຫຼາຍຄົນພາກັນເຫີ່ກັບການເກັງກໍາໄລ ແລະພໍ່ຂອງໂກໂນຊຸເກະກໍແມ່ນຄົນໜຶ່ງໃນຈໍານວນຄົນເຫຼົ່ານັ້ນ. ຫຼັງຈາກທີ່ລາວເລີ່ມລົງທຶນໃສ່ການແລກປ່ຽນຫຸ້ນຢູ່ໃນທ້ອງຖິ່ນ ຄວາມຫາຍຍະນະກໍເກີດຂຶ້ນ ຕະຫຼາດລົ້ມລະລາຍ ມາຊາກຸຊຸສູນເສຍຫຸ້ນສ່ວນທັງໝົດຂອງຕົນ ລວມທັງເຮືອນແລະທີ່ດິນຂອງບັນພະບຸລຸດ....

ຫຼັກການບໍລິຫານເວລາ

ເວລາເປັນນາມມະທຳ ຊຶ່ງບໍ່ສາມາດຈັບຕ້ອງໄດ້ ແຕ່ຊ້ຳພັດມີຄວາມສຳຄັນຫຼາຍຕໍ່ການດຳລົງຊີວິດຂອງມວນມະນູດ ຈົນບໍ່ອາດປະເມີນຄ່າໄດ້ ແລະ ບໍ່ສາມາດໃຊ້ເງິນຊື້ມາໄດ້. ໃນໜຶ່ງໆມື້ ທຸກຄົນມີເວລາ 24ຊົ່ວໂມງເທົ່າກັນ ແຕ່ຫຼາຍຄົນມັກເວົ້າວ່າ “ ບໍ່ມີເວລາ ” ສາເຫດກໍຍ້ອນວ່າຄົນເຫຼົ່ານັ້ນນຳໃຊ້ເວລາຢ່າງຜິດໆ ຈຶ່ງເຮັດໃຫ້ວຸ້ນວາຍ ແລະ ເຮັດວຽກຢ່າງບໍ່ມີປະສິດທິພາບເທົ່າທີ່ຄວນ. ດັ່ງນັ້ນ ການບໍລິຫານເວລາຈຶ່ງເປັນສິ່ງສຳຄັນ ຖ້າມີການຈັດສັນເວລາທີ່ດີ ເຮົາສາມາດເຮັດທຸກຢ່າງໄດ້ຕາມທີ່ຕ້ອງການ. ຊຶ່ງພວກເຮົາສາມາດປ່ຽນວິທີການບໍລິຫານເວລາທີ່ຖືກຕ້ອງ ແລະມີເວລາວ່າງຫຼາຍຂຶ້ນ ບໍ່ວ່າຈະເປັນການງານ ຫຼື ຊີວິດປະຈຳວັນເຊັ່ນ: ການຈັດການງານຫຼັກ: ໃນໜຶ່ງມື້ ເຮົາມັກຈະມີວຽກງານຫຼາຍໆຢ່າງເຂົ້າມາພ້ອມກັນ ຊຶ່ງຮູ້ດີວ່າເຮົາບໍ່ສາມາດເຮັດວຽກຫຼາຍຢ່າງໃນເວລາດຽວກັນໄດ້. ດັ່ງນັ້ນ ຫຼັກການບໍລິຫານເວລາ Eisenhower Method ຫຼື   ໂມເດລ ການບໍລິຫານເວລາ 4ສ່ວນ ຂອງປະທານາທິບໍດີໄອເຊນຮາວດ໌ ຜູ້ທີ່ບໍລິຫານເວລາໄດ້ຍອດຢ້ຽມທີ່ສຸດຄົນໜຶ່ງໃນປະຫວັດສາດ ຈຶ່ງເໝາະແກ່ການນໍາມາໃຊ້ໃນການບໍລິຫານເວລາຂອງການເຮັດວຽກໃຫ້ເປັນລະບົບ ແລະ ມີປະສິດທິພາບຍິ່ງຂຶ້ນຄື:   (1) ສິ່ງສໍາຄັນແລະເລັ່ງດ່ວນ ຄື ສິ່ງທີ່ຕ້ອງເຮັດທັນທີ ແລະ ໃຫ້ໄວທີ່ສ...