เรือนสามน้ำสี่ ของแม่หญิงลาว
#เรือนสามมี: เรือนผม, เรือนครัว, เรือนนอน.
#น้ำสี่: น้ำดื่ม, น้ำใช้, น้ำใจ, น้ำเต้าปูน
ເຮືອນສາມນ້ຳສີ່ ຂອງແມ່ຍິງລາວ
ເຮືອນສາມປະເພດມີ:
1. ເຮືອນຜົມ: ແມ່ຍິງລາວເກົ້າຜົມເປັນລະບຽບຈົບງາມ, ສະ, ລ້າງ ໃຫ້ສະອາດຢູ່ສະເໝີ.
2. ເຮືອນຄົວ: ເປັນບ່ອນແຕ່ງຢູ່ຄົວກິນ ຕ້ອງໝັ່ນຮັກສາອະນາໄມໃຫ້ສະອາດງາມຕາ.
3. ເຮືອນນອນ: ເປັນບ່ອນຢູ່ອາໄສ ພັກຜ່ອນ ຕ້ອງໃຫ້ສະອາດ.
ນ້ຳສີ່ປະເພດມີ:
1. ນ້ຳດື່ມ: ຕ້ອງມີເຕັມອຸເຕັມແອ່ງ ເພື່ອແຂກຄົນໄທໃກ້ໄກມາຢາມ ໄດ້ກິນນ້ຳກິນໄນ ສະນັ້ນແລ້ວ ນ້ຳດື່ມກໍຢ່າໄດ້ຂາດ.
2. ນ້ຳໃຊ້: ມີໃຫ້ພຽງພໍຕໍ່ການຊົມໃຊ້ໃນຊີວິດປະຈຳວັນ ແລະມີແຮໄວ້ໃຊ້ໃນຍາມສຸກເສີນ ຈຶ່ງມີພ້ອມໃຫ້ເຕັມອຸເຕັມໄຫ.
3. ນ້ຳໃຈ: ຄົນລາວຕ້ອງມີຈິດໃຈອວບເອື້ອອາລີຕໍ່ກັນ ມີນ້ຳໃຈໄມຕີ ເສຍສະຫຼະເພື່ອສັງຄົມ.
4. ນ້ຳເຕົ້າປູນ: ເປັນແມ່ຍິງລາວຕ້ອງດຸໝັ່ນ ສະຫຼາດຮອບຮູ້ໃນການເປັນແມ່ສີເຮືອນທີ່ດີ.

ความคิดเห็น