ข้ามไปที่เนื้อหาหลัก

บทความ

กำลังแสดงโพสต์จาก พฤศจิกายน, 2020

ເກີດເຫດບໍ່ຄຳຖະຫຼົ່ມປະຊາຊົນທີ່ກຳລັງຂຸດຄຳເສຍຊີວິດ 40 ກວ່າຄົນ

 ເກີດອຸບັດເຫດ ຢູ່ບໍ່ແຮ່ຄຳຮ້າງ ຊື່ ແຣນໂກລດໄມ ໃນເມືອງບິນດູຣາ ປະມານ 70 ກິໂລແມັດ ທາງພາກເໜືອຂອງ ນະຄອນຫລວງ ຮາຣາເຮ ເຮັດໃຫ້ ປະຊາຊົນ ທີີ່ີ່ກຳລັງ ລັກຂຸດຄຳ ໃນບໍ່ແຮ່ຮ້າງ ຕ້ອງຖືກຕິດ ຢູ່ໃຕ້ບໍ່ແຮ່ຫຼາຍກວ່າ 40 ຄົນ. ໜ່ວຍກູ້ໄພ ແລະ ອາສາສະໝັກ ໄດ້ຊ່ວຍເຫຼືອ ປະຊາຊົນ ທີ່ຕິດຢູ່ ໃນພື້ນທີີ່ີ່ດັ່ງກ່າວ ໄດ້ແລ້ວ 6 ຄົນ ແລະ ນຳສົ່ງໄປໂຮງໝໍ. ປັດຈຸບັນ, ເຈົ້າໜ້າທ່ີກູ້ໄພ ພວມເລັ່ງຄົ້ນຫາ ຜູ້ປະສົບເຄາະ ດັ່ງກ່າວຕໍ່ໄປ. ບໍ່ແຮ່ ເປັນແຫຼ່ງ ລາຍຮັບຕົ້ນຕໍ ໃນການສ້າງ ລາຍຮັບເງິນຕາ ເຂົ້າປະເທດຊິມບຳເວ ໂດຍຄຳຄອງເອົາ ອັດຕາສ່ວນແບ່ງ ເຖິງ60% ຂອງສິນຄ້າສົ່ງອອກ ຂອງປະເທດທັງໝົດ ແລະ ອຸດສາຫະກຳຄຳ ສ້າງວຽກເຮັດງານທຳເກືອບ 10% ຂອງປະຊາກອນ ທົ່ວປະເທດ ແລະ ອື່ນໆ. 

ກອງປະຊຸມຂອງອົງຄະນະພັກແຂວງສະຫວັນນະເຂດ

ກອງປະຊຸມໃຫຍ່ອົງຄະນະພັກແຂວງສະຫວັນນະເຂດ ຄັ້ງທີ IX ໄຂຂຶ້ນຢ່າງເປັນທາງການແລ້ວ ຕອນເຊົ້າວັນທີ 20 ພະຈິກ 2020 ທີ່ຫໍວັດທະນະທຳໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ໄຂກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຂຶ້ນ ພາຍໃຕ້ຄຳຂັວນ ຍົກ​ສູງ​ຄວາມ​ສາ​ມາດ​ນຳ​ພາ​ຂອງ​ພັກ,​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ຄວາມ​ສາ​ມັກ​ຄີ​ປອງດອງ, ສຸມ​ທຸກ​ກຳ​ລັງ​ແຮງ​ຫັນ​​ກະ​ສິ​ກຳ - ປ່າ​ໄມ້ ເປັນ​ທັນ​ສະ​ໄໝ ຕາມ​ທິດ​ຍືນ​ຍົງ, ພັດ​ທະ​ນາ​ແລວ​​ເສດ​ຖະ​ກິດ​ໃຫ້​ເປັນ​ສູນ​ກາງ​ການ​ບໍ​ລິ​ການ​ຂອງ​ພາກ​ພື້ນ ສ້າງ​ແຂວງ​ສະ​ຫວັນ​ນະ​ເຂດ​ໃຫ້​ເຂັ້ມ​ແຂງ​ໜັກ​ແໜ້ນ ປະ​ຊາ​ຊົນ​ມີ​ຄວາມ​ຜາ​ສຸກ. ໂດຍການເປັນປະທານກອງປະຊຸມຂອງ ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີແຫ່ງ ສປປລາວ ບັນດາສະຫາຍຜູ້ແທນສົມບູນທັງໝົດຈຳນວນ 455 ສະຫາຍ, ຍິງ 79 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວແຂວງ ຈຳນວນ 29.075 ສະຫາຍ ຍິງ 6.810ສະຫາຍ. ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ໄດ້ກ່າວໄຂກອງໃຫຍ່ຢ່າງເປັນທາງການ ແລະ ກໍໄດ້ຜ່ານບົດລາຍງານການເມືອງທັງສອງພາກ ພ້ອ...

ຂ່າວຕ່າງປະເທດ

ດ່ວນ! ເກີດມີໂລກຜິດໜັງອັກເສບ ເກີດຂຶ້ນກັບສັດ ໃນວັນທີ 1 ພະຈິກປີ 2020, OIE ປະກາດສະຖານະການຂອງໂລກຜິວໜັງອັກເສບ (LSD) ກ່ຽວກັບງົວ ແລະ ຄວາຍຢູ່ສາທາລະນະລັດສັງຄົມນິຍົມຫວຽດນາມ.   ສັດທີ່ຖືກສົງໄສເປັນຄັ້ງທຳອິດພົບໃນວັນທີ 13 ຕຸລາ ປີ 2020, ເຊິ່ງສ່ວນໃຫຍ່ແມ່ນເປັນສັດທີ່ລະບາດຢູ່ໃນຟາມຂອງຊາວກະສິກອນຂະໜາດນ້ອຍ ແລະ ຈາກການລະບາດ   ຫວຽດນາມໄດ້ອອກລະບຽບການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງ LSD, ໂດຍມີການກຳນົດລະບຽບການ ເຄື່ອນຍ້າຍສັດທີ່ມີຄວາມສ່ຽງຕິດເຊື້ອ .  ສ້າງແຜນການເຝົ້າລະວັງ ສຳລັບທັງສອງທ້ອງຖິ່ນ ແລະ ເຂດເຝົ້າລະວັງບໍ່ໃຫ້ລະບາດ.  ຈູດ ຫຼື ທຳລາຍສັດທີ່ບໍ່ດີໂດຍບໍ່ໄດ້ຮັບການຮັກສາ  ແລະເຮັດວັກຊີນເພື່ອປ້ອງກັນພະຍາດ  (ກໍລະນີມີວັກຊີນ).  🔻ໂດຍໂຣກຜິວໜັງ ທີ່ເປັນໂຣກຜິວໜັງ (LSD) ແມ່ນພະຍາດໄວຣັດ.  ມັກຈະຕິດເຊື້ອໃນງົວແລະຄວາຍ.  ສັດທີ່ຕິດເຊື້ອມີຕຸ່ມຜື່ນແຜ່ລາມໄປທົ່ວຜິວໜັງ, ຜົນຜະລິດທີ່ຫຼຸດລົງແລະ ສັດທີ່ບໍ່ສົມບູນແບບ.  ສົ່ງຜົນກະທົບທາງດ້ານເສດຖະກິດ ແລະ ການຄ້າ  ພະຍາດດັ່ງກ່າວສາມາດຕິດຕໍ່ໄດ້ໂດຍຜ່ານການຕິດຕໍ່ກັບສັດທີ່ບໍ່ດີ ແລະ ແມງໄມ້ດູດເລືອດ.  ສ່ວນໃຫຍ່ຂອງການລະບາດແມ່ນພົບຢູ່ໃນອາຟຣິກາແລະສະຫະພາບເອີຣົ...

ຈັບພໍ່ຄ້າຂາຍໝາກໄມ້ຕາມແຄມທາງ

 ຈັບພໍ່ຄ້າຂາຍໝາກໄມ້ຕາມແຄມທາງໄປສຶກສາອົບຮົມ ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ໄດ້ນຳຕົວ ທ້າວ ພູຂັນ ອາຍຸ 41 ປີ ບ້ານທາດຫຼວງເໜືອ ໄປສຶກສາອົບຮົມ ພາຍຫຼັງຜູ້ກ່ຽວໄດ້ຈອດລົດ ຂາຍເຄື່ອງຊະຊາຍຕາມແຄມທາງ ເຮັດໃຫ້ກີດຂວາງການຈະລາຈອນທາງບົກ, ເຊິ່ງຜູ້ກ່ຽວໄດ້ໃຊ້ລົດກະບະຮຸນໄດບັນທຸກໝາກໄມ້ຕາມລະດູການ ຈອດຂາຍຊະຊາຍຕາມແຄມທາງ. ເຊິ່ງຜິດຕໍ່ລະບຽບກົດໝາຍ ພາໃຫ້ຫຍຸ້ງຍາກໃນການສັນຈອນ ແລະ ອາດນໍາໄປສູ່ການເກີດອຸບັດຕິເຫດຕາມທ້ອງຖະໜົນ.ເຈົ້າໜ້າທີ່ກອງຄະດີອາຍາ ປກສ ເມືອງໄຊເສດ ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບຮ້ອງຟ້ອງຈາກອົງການຈັດຕັ້ງບ້ານຫົວຂົວ ກ່ຽວກັບກຸ່ມຄົນທີ່ຈອດລົດຂາຍໝາກໄມ້ແຄມເສັ້ນທາງ, ເຊິ່ງກີດຂວາງການຈະລາຈອນທາງບົກ ຈຶ່ງໄດ້ລົງເກັບກໍາຂໍ້ ມູນ ເຫັນວ່າ:ການຂາຍເຄື່ອງແຄມທາງສ້າງຄວາມຫຍຸ້ງຍາກສັບສົນໃຫ້ແກ່ການສັນຈອນຂອງຜູ້ຄົນທີ່ໃຊ້ລົດໃຊ້ຖະໜົນ ເເລະ ເເຕະຕ້ອງເຖິງຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ເຊິ່ງອາດພາໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນຕາມມາ; ຈາກນັ້ນ, ຮອດວັນທີ 7 ພະຈິກ 2020 ເຈົ້າໜ້າທີ່ກອງຄະດີອາຍາ ຈຶ່ງໄດ້ລົງກວດກາສະຖານທີ່ດັ່ງກ່າວ ພົບເຫັນ ທ້າວ ພູຂັນ ຈອດລົດກະບະຮຸນໄດ ຂາຍໝາກໄມ້ຕາມລະດູການ (ໝາກກ້ຽງ ແລະ ໝາກໂມ) ຢູ່ແຄມທາງໜ້າໂຮງໝໍເມືອງໄຊເສດຖາ ເຂດບ້ານຫົວຂົວ ກ່ອນນຳຕົວຜູ້ກ່ຽວພ້ອມລົດກະບ...

ບໍລິສັດ ຊືເຟິງ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ( LXML ) ບໍ່ຄໍາ-ທອງເຊໂປນ ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ ສໍາລັບຜົນງານໃນການສະກັດກັ້ນກັບການລະບາດຂອງພະຍາດ COVID – 19.

  ບໍລິສັດ ຊືເຟິງ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ( LXML ) ບໍ່ຄໍາ-ທອງເຊໂປນ ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ ສໍາລັບຜົນງານໃນການສະກັດກັ້ນກັບການລະບາດຂອງພະຍາດ COVID – 19.         ພິທີປະກາດ ແລະ ມອບຮັບລາງວັນດັ່ງກ່າວແມ່ນໄດ້ຈັດຂຶ້ນໃນວັນທີ 13 ພະຈິກ ປີ 2020 ຜ່ານມາ ທີ່ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2020 ( ASEAN Business and Investment Summit – ABIS 2020 ) ທີ່ນະຫຼວງຮ່າໂນ້ຍ ສສ ຫວຽດນາມ. ລາງວັນດັ່ງກ່າວແມ່ນລາງວັນທຸລະກິດດີເດັ່ນໃນພາກພື້ນ ທີ່ໄດ້ປະກອບສ່ວນຕໍ່ກັບການປ້ອງກັນພະຍາດ ໂຄວິດ - 19 ຂອງບໍລິສັດ ຊືເຟິງລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ( LXML ) ໂດຍໄດ້ຖືກຄັດເລືອກຈາກຫຼາຍຮ້ອຍຫົວໜ່ວຍທຸລະກິດ ແລະ ນັກລົງທຶນໃນພາກພື້ນ. ທ່ານ ພໍ ແຮຣິສ ຜູ້ຈັດການໃຫຍ່ LXML ໄດ້ກ່າວວ່າ : ລາງວັນອັນຊົງກຽດນີ້ ແມ່ນໝາກຜົນຄວາມມຸ້ງໝັ້ນ ແລະ ຄວາມເອົາໃຈໃສ່ສູງສຸດຂອງລັດຖະບານລາວ ແລະ ບັນດາພະນັກງານຂອງບໍລິສັດ LXML ໃນການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ COVID – 19 ທີ່ພວກເຮົາໄດ້ຮັບມືກັບການລະບາດຂອງພະຍາດດັ່ງກ່າວໃນຄັ້ງນີ້ ຄືດັ່ງກັບການຮັບມືກັບວິກິດການໃດໜຶ່ງ ກ່ອນທີ່ມັນຈະເກີດຂຶ້ນຕົວຈິງ.  ຜ່ານການຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ຄວ...

ພົບຜູ້ຕິດເຊື້ອໂຄວິດ 19 ເພີ່ມ

  ດ່ວນ…!!! ຖະແຫຼງຂ່າວຈາກ ຄະນະສະເພາະກິດ ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ ເພີ່ມ 1 ຄົນ ດ່ວນ ການຖະແຫຼງຂ່າວຂອງ ຄະນະສະເພາະກິດ ເວລາ 15:00 ຂອງວັນທີ 17 ພະຈິກ 2020 ​ລາວພົບຜູ້ຕິດເຊື້ອໂຄວິດ 19 ເພີ່ມ 1 ຄົນ ເປັນກໍລະນີທີ 25 ເດີນທາງມາແຕ່ຕ່າງປະເທດ, ເປັນເພດຍິງ ອາຍຸ 26 ປີ ເປັນຄົນລາວໄປສຶກສາຢູ່ ຮົງກາລີ ສຳເລັດການສຶກສາຈຶ່ງກັບມາ, ກ່ອນເດີນທາງບໍ່ມີອາການຫຍັງ ເກັບຕົວຢ່າງມາກວດວິເຄາະວັນທີ 16 ພະຈິກ 2020 ຜົນອອກມາເປັນບວກ ປັດຈຸບັນປິ່ນປົວຢູ່ໂຮງໝໍ 150​ ຕຽງ ອາການເບື້ອງຕົ້ນເບົາບາງ.

ມະຕິຕົກລົງໃຫ້ແມ່ຍິງຖືພາທຳຳແທ້ງໄດ້

ປະເທດໄທ ຄຣມ. ມີມະຕິຕົກລົງ ໃຫ້ຍິງຖືພາອາຍຸຄັນບໍ່ເກີນ 12ອາທິດ ທຳແທ້ງໄດ້. ຄະນະລັດທະມົນຕີມີມະຕິເຫັນດີຕົກລົງຮ່າງພຣະລາຊະບັນຍັດ ແກ້ໄຂເພີ່ມເຕີມປະມວນກົດໝາຍອາຍາຄວາມຜິດຖານລຸລູກ ຫຼືືືທຳແທ້ງ ໃນກໍລະນີຂອງຜູ້ຍິງທີ່ມີອາຍຸຄັນບໍ່ເກີນ 12ອາທິດ ເປັນທີ່ຮຽບຮ້ອຍແລ້ວ. ຣັດຊະດາ ທະນາດິເຣກ ຮອງໂຄສະນາປະຈຳສຳນັກນາຍົກລັດຖະມົນຕີ ຖະແຫຼງພາຍຫຼັັງການປະຊຸມຄະນະລັດຖະມົນຕີ ເລື່ອງກົດໝາຍການທຳແທ້ງວ່າ ລັດທະບານເຫັນດີຕົກລົງແກ້ໄຂເພີ່ມເຕີມປະມວນກົດໝາຍອາຍາຄວາມຜິດຖານເຮັດໃຫ້ແທ້ງລູກ ປະກອບດ້ວຍ ມາດຕາ 301 ແລະ ມາດຕາ 305 ຫຼັັງຈາກ ມີຂໍ້ວິນິດໄສຕາມສານລັດທະທຳມະນູນວ່າ ການຫ້າມການທຳແທ້ງນັ່ນຂັດຕໍ່ລັດທະທຳມະນູນ ມາດຕາ 27 ທີ່ລະບຸວ່າ ບຸກຄົນຍ່ອມສະເໝີກັນໃນກົດໝາຍເທົ່າທຽບກັນ ແລະ ມາດຕາ 28 ວ່າ ບຸກຄົນຍ່ອມມີສິິິດທິ ແລະ ເສລີພາບໃນຊີວິດປະຈຳວັນ. . อ้างอิงจาก https://www.thairath.co.th/news/politic/1978321 https://www.bangkokbiznews.com/news/detail/908269 https://www.matichon.co.th/politics/news_202346 #Brief #TheMATTER

ທຳລາຍພືດຜັກທີ່ນຳເຂົ້າບໍ່ຖືກກົດໝາຍ

ທໍາລາຍພືດຜັກທີ່ນໍາເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ ເຈົ້າໜ້າທີ່ພາສີ ດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ຮ່ວມກັບເຈົ້າໜ້າທີ່ໜ່ວຍງານປ້ອງກັນ ແລະ ກັກກັນພືດປະຈໍາດ່ານ ຈັດພິທີທໍາລາຍພຶດຜັກທີ່ນໍາເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ ໃນຂຶ້ນວັນທີ 13 ພະຈິກ 2020 ຢູ່ສະຖານີກັກກັນພືດ ບ້ານດົງໂພສີ ເມືອງຫາຍຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ວັນນາ ຄໍາໂພໄຊ ຫົວໜ້າໜ່ວຍງານປ້ອງກັນ ແລະ ກັກກັນພືດ ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ມີບັນດາຄະນະດ່ານ ຄະນະພາສີ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ. ທ່ານ ວັນນາ ຄໍາໂພໄຊ ລາຍງານໃຫ້ຮູ້ວ່າ: ອີງຕາມຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 51/ນຍ ລົງວັນທີ 30 ສິງຫາ 2019 ວ່າດ້ວຍການສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດຢູ່ພາຍໃນ ແລະ ຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ ດັ່ງນັ້ນ ໃນວັນທີ 11 ພະຈິກ 2020 ເວລາ 15:30 ໂມງ ພະນັກງານເຈົ້າໜ້າທີ່ກັກກັນພືດ ໄດ້ປະສານສົມທົບກັບ ເຈົ້າໜ້າທີ່ປະຈໍາດ່ານພາສີສາກົນ ຂົວມິດຕະພາບ ລາວ-ໄທ 1 ໄດ້ກວດຢຶດ ແລະ ເຮັດບົດບັນທຶກມອບ-ຮັບພືດຜັກ ກັບນາງ ຈັນ ເສວີ ເຊິ່ງເປັນເຈົ້າຂອງສິນຄ້າ ປະກອບມີ: ໝາກເລັ່ນ ຈໍານວນ 80 ກະຕ່າ ນໍ້າໝັກ 1.600 ກິໂລ ໝາກເຜັດໃຫຍ່ ຈໍານວນ 26 ຖົງ ນໍ້...