ข้ามไปที่เนื้อหาหลัก

7ວິທີປະຕິເສດຄົນຢືມເງິນ

 

ທຸກຄົນຄົງເຄີຍເປັນຄືກັນ ເມື່ອເວລາທີ່ມີຄົນມາຂໍຢືມເງິນ ຊຶ່ງຂົາອາດຈະມີຄວາມເດືອດຮ້ອນ ຫຼື ຈຸດປະສົງຕ່າງໆນາໆຕາມເຈດຂອງເຂົາ ແຕ່ເຮົາເອງກໍອຶດອັດໃຈເພາະເຄີຍເຫັນປະສົບການແບບນີ້ມາຫຼາຍ ເວລາໝູ່ຢືມເງິນແລ້ວບໍ່ສົ່ງຄືນ ເຮັດໃຫ້ຄວາມບາດໝາງກັນ ຄັນຊັ້ນເອົາຈັ່ງຊີ້ດີບໍ? ມື້ນີ້ເຮົາມີເຄັບລັບມາຝາກທຸກໆຄົນ:


1. ຫາຂໍ້ອ້າງ: ວິທີທີ່ຄົນມັກໃຊ້ຫຼາຍທີ່ສຸດກໍຄືການໃຊ້ຂໍ້ອ້າງໃຫ້ສົມເຫດສົມຜົນ ເພື່ອປະຕິເສດເຂົາທາງອ້ອມ ບໍ່ວ່າຈະເປັນ ການອ້າງທຸລະກິດບໍ່ດີ ລູກບໍ່ສະບາຍ ຫຼືບັນຫາຕ່າງໆທີ່ຕ້ອງໃຊ້ເງິນ.

2. ບໍ່ໃຫ້ຢືມແຕ່ໃຫ້ເລີຍ: ໃນກໍລະນີເພື່ອນສະໜິດຫຼືຄົນໃກ້ຊິດຂໍຢືມເງິນ ຖ້າຈຳນວນເງິນທີ່ຢືມມັນບໍ່ຫຼາຍຈົນເກີນໄປ ຫຼືຄິດວ່າຈະບໍ່ໄດ້ຄືນແລ້ວ ຖ້າເຮົາເຕັມໃຈໃຫ້ຢືມກໍປ່ຽນເປັນການໃຫ້ເຂົາໃຊ້ໄປເລີຍ ຍິ່ງກາຍເປັນມິດກັນຂຶ້ນກວ່າເກົ່າ.

3. ແນະນຳວິທີໃຫ້ໄປຢືມກັບຄົນອື່ນ: ເປັນການດີກວ່າຈົກເງິນຕົນເອງໃຫ້ເຂົາກໍຄືແນະນຳວິທີດີໆໃຫ້ເຂົາ ອາດຈະບອກວິທີການຢືມເງິນຈາກຄົນທີ່ສາມາດສະໜອງເງິນກ້ອນນັ້ນໃຫ້ເຂົາໄດ້.

4. ປ່ຽນເລື່ອງລົມກັນ: ຖ້າໃນວົງສົນທະນາມີການເອີ່ຍເຖິງການຂໍຢືມເງິນ ຊຶ່ງເຂົ້າທາງທີ່ເຮົາບໍ່ມັກແລ້ວ ແລະຮູ້ວ່າເພືອນຄົນນັ້ນຕ້ອງການຫຍັງຈາກເຮົາ?  ໂອເຄ ຊັ່ນເຮົາຫາວິທີສົນທະນາເລື່ອງໃໝ່ໄປເລື້ອຍໆເພື່ອປິດໂອກາດນການສະເໜີຈຸດປະສົງຂອງເຂົາ ດີບໍ່ດີເຂົາອາດຈະລືມເລື່ອງນັ້ນໄປເລີຍກໍໄດ້.

5. ປະຕິເສດຕົງໆແບບສຸພາບ: ການເວົ້າໃຫ້ເຂົາເຫັນອົກເຫັນໃຈ ອາດຈະເຮັດໃຫ້ເຂົາຮູ້ສຶກເກງໃຈແລະບໍ່ກ້າຢືມເງິນຈາກເຮົາ.



6. ປະຕິເສດແບບບໍ່ມີມາລະຍາດ: ເວລາເຂົາເອີ່ຍປາກຂໍເຮົາພຽງມິດຟັງແລະເຮັດເປັນບໍ່ຮຸ້ເລື່ອງຫຼືຄິດວ່າໝູ່ເວົ້າຫຼິ້ນ. ຖ້າເຂົາສົ່ງມາຢືມທາງຂໍ້ຄວາມ ເຮົາກໍບໍ່ຈຳເປັນຕ້ອງເປີດອ່ານແລ້ວງຽບໄປເລີຍ.

7. ໃຫ້ຄົນອື່ນອະນຸມັດແທນ: ຜົວເມຍທີ່ໃຊ້ເງິນຖົງດຽວກັນ ຫຼື ລູກກັບພໍ່ແມ່ ເປັນການດີຖ້າຈະຕອບວ່າ ຂໍຖາມແມ່ເບິ່ງກ່ອນເພາະເງິນໄວ້ຢູ່ກັບແມ່ ເປັນຈັ່ງໃດລະຈັ່ງຊິຕອບເດີ້. ແບບນີ້ອາດຈະເຮັດໃຫ້ເຮົາມີເວລາຄິດຫາຄຳປະຕິເສດອີກກໍໄດ້.

ຈັ່ງໃດກໍລອງເອົາໄປໃຊ້ເບິ່ງເດີ້.


ความคิดเห็น

ອ່ານເພີ່ມ

ບໍລິສັດ ຊືເຟິງ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ( LXML ) ບໍ່ຄໍາ-ທອງເຊໂປນ ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ ສໍາລັບຜົນງານໃນການສະກັດກັ້ນກັບການລະບາດຂອງພະຍາດ COVID – 19.

  ບໍລິສັດ ຊືເຟິງ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ( LXML ) ບໍ່ຄໍາ-ທອງເຊໂປນ ໄດ້ຮັບລາງວັນທຸລະກິດອາຊຽນດີເດັ່ນ ສໍາລັບຜົນງານໃນການສະກັດກັ້ນກັບການລະບາດຂອງພະຍາດ COVID – 19.         ພິທີປະກາດ ແລະ ມອບຮັບລາງວັນດັ່ງກ່າວແມ່ນໄດ້ຈັດຂຶ້ນໃນວັນທີ 13 ພະຈິກ ປີ 2020 ຜ່ານມາ ທີ່ກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ 2020 ( ASEAN Business and Investment Summit – ABIS 2020 ) ທີ່ນະຫຼວງຮ່າໂນ້ຍ ສສ ຫວຽດນາມ. ລາງວັນດັ່ງກ່າວແມ່ນລາງວັນທຸລະກິດດີເດັ່ນໃນພາກພື້ນ ທີ່ໄດ້ປະກອບສ່ວນຕໍ່ກັບການປ້ອງກັນພະຍາດ ໂຄວິດ - 19 ຂອງບໍລິສັດ ຊືເຟິງລ້ານຊ້າງ ມີເນໂຣນສ໌ ລິມິເຕັດ ( LXML ) ໂດຍໄດ້ຖືກຄັດເລືອກຈາກຫຼາຍຮ້ອຍຫົວໜ່ວຍທຸລະກິດ ແລະ ນັກລົງທຶນໃນພາກພື້ນ. ທ່ານ ພໍ ແຮຣິສ ຜູ້ຈັດການໃຫຍ່ LXML ໄດ້ກ່າວວ່າ : ລາງວັນອັນຊົງກຽດນີ້ ແມ່ນໝາກຜົນຄວາມມຸ້ງໝັ້ນ ແລະ ຄວາມເອົາໃຈໃສ່ສູງສຸດຂອງລັດຖະບານລາວ ແລະ ບັນດາພະນັກງານຂອງບໍລິສັດ LXML ໃນການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ COVID – 19 ທີ່ພວກເຮົາໄດ້ຮັບມືກັບການລະບາດຂອງພະຍາດດັ່ງກ່າວໃນຄັ້ງນີ້ ຄືດັ່ງກັບການຮັບມືກັບວິກິດການໃດໜຶ່ງ ກ່ອນທີ່ມັນຈະເກີດຂຶ້ນຕົວຈິງ.  ຜ່ານການຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ຄວ...

ຫຼັກການບໍລິຫານເວລາ

ເວລາເປັນນາມມະທຳ ຊຶ່ງບໍ່ສາມາດຈັບຕ້ອງໄດ້ ແຕ່ຊ້ຳພັດມີຄວາມສຳຄັນຫຼາຍຕໍ່ການດຳລົງຊີວິດຂອງມວນມະນູດ ຈົນບໍ່ອາດປະເມີນຄ່າໄດ້ ແລະ ບໍ່ສາມາດໃຊ້ເງິນຊື້ມາໄດ້. ໃນໜຶ່ງໆມື້ ທຸກຄົນມີເວລາ 24ຊົ່ວໂມງເທົ່າກັນ ແຕ່ຫຼາຍຄົນມັກເວົ້າວ່າ “ ບໍ່ມີເວລາ ” ສາເຫດກໍຍ້ອນວ່າຄົນເຫຼົ່ານັ້ນນຳໃຊ້ເວລາຢ່າງຜິດໆ ຈຶ່ງເຮັດໃຫ້ວຸ້ນວາຍ ແລະ ເຮັດວຽກຢ່າງບໍ່ມີປະສິດທິພາບເທົ່າທີ່ຄວນ. ດັ່ງນັ້ນ ການບໍລິຫານເວລາຈຶ່ງເປັນສິ່ງສຳຄັນ ຖ້າມີການຈັດສັນເວລາທີ່ດີ ເຮົາສາມາດເຮັດທຸກຢ່າງໄດ້ຕາມທີ່ຕ້ອງການ. ຊຶ່ງພວກເຮົາສາມາດປ່ຽນວິທີການບໍລິຫານເວລາທີ່ຖືກຕ້ອງ ແລະມີເວລາວ່າງຫຼາຍຂຶ້ນ ບໍ່ວ່າຈະເປັນການງານ ຫຼື ຊີວິດປະຈຳວັນເຊັ່ນ: ການຈັດການງານຫຼັກ: ໃນໜຶ່ງມື້ ເຮົາມັກຈະມີວຽກງານຫຼາຍໆຢ່າງເຂົ້າມາພ້ອມກັນ ຊຶ່ງຮູ້ດີວ່າເຮົາບໍ່ສາມາດເຮັດວຽກຫຼາຍຢ່າງໃນເວລາດຽວກັນໄດ້. ດັ່ງນັ້ນ ຫຼັກການບໍລິຫານເວລາ Eisenhower Method ຫຼື   ໂມເດລ ການບໍລິຫານເວລາ 4ສ່ວນ ຂອງປະທານາທິບໍດີໄອເຊນຮາວດ໌ ຜູ້ທີ່ບໍລິຫານເວລາໄດ້ຍອດຢ້ຽມທີ່ສຸດຄົນໜຶ່ງໃນປະຫວັດສາດ ຈຶ່ງເໝາະແກ່ການນໍາມາໃຊ້ໃນການບໍລິຫານເວລາຂອງການເຮັດວຽກໃຫ້ເປັນລະບົບ ແລະ ມີປະສິດທິພາບຍິ່ງຂຶ້ນຄື:   (1) ສິ່ງສໍາຄັນແລະເລັ່ງດ່ວນ ຄື ສິ່ງທີ່ຕ້ອງເຮັດທັນທີ ແລະ ໃຫ້ໄວທີ່ສ...

ມະຕິຕົກລົງໃຫ້ແມ່ຍິງຖືພາທຳຳແທ້ງໄດ້

ປະເທດໄທ ຄຣມ. ມີມະຕິຕົກລົງ ໃຫ້ຍິງຖືພາອາຍຸຄັນບໍ່ເກີນ 12ອາທິດ ທຳແທ້ງໄດ້. ຄະນະລັດທະມົນຕີມີມະຕິເຫັນດີຕົກລົງຮ່າງພຣະລາຊະບັນຍັດ ແກ້ໄຂເພີ່ມເຕີມປະມວນກົດໝາຍອາຍາຄວາມຜິດຖານລຸລູກ ຫຼືືືທຳແທ້ງ ໃນກໍລະນີຂອງຜູ້ຍິງທີ່ມີອາຍຸຄັນບໍ່ເກີນ 12ອາທິດ ເປັນທີ່ຮຽບຮ້ອຍແລ້ວ. ຣັດຊະດາ ທະນາດິເຣກ ຮອງໂຄສະນາປະຈຳສຳນັກນາຍົກລັດຖະມົນຕີ ຖະແຫຼງພາຍຫຼັັງການປະຊຸມຄະນະລັດຖະມົນຕີ ເລື່ອງກົດໝາຍການທຳແທ້ງວ່າ ລັດທະບານເຫັນດີຕົກລົງແກ້ໄຂເພີ່ມເຕີມປະມວນກົດໝາຍອາຍາຄວາມຜິດຖານເຮັດໃຫ້ແທ້ງລູກ ປະກອບດ້ວຍ ມາດຕາ 301 ແລະ ມາດຕາ 305 ຫຼັັງຈາກ ມີຂໍ້ວິນິດໄສຕາມສານລັດທະທຳມະນູນວ່າ ການຫ້າມການທຳແທ້ງນັ່ນຂັດຕໍ່ລັດທະທຳມະນູນ ມາດຕາ 27 ທີ່ລະບຸວ່າ ບຸກຄົນຍ່ອມສະເໝີກັນໃນກົດໝາຍເທົ່າທຽບກັນ ແລະ ມາດຕາ 28 ວ່າ ບຸກຄົນຍ່ອມມີສິິິດທິ ແລະ ເສລີພາບໃນຊີວິດປະຈຳວັນ. . อ้างอิงจาก https://www.thairath.co.th/news/politic/1978321 https://www.bangkokbiznews.com/news/detail/908269 https://www.matichon.co.th/politics/news_202346 #Brief #TheMATTER