konosuke matsushita ໂກໂນສຸເກະ ມັສຊຸຊິຕະ ຈຸດປ່ຽນຂອງເຂົາກ່ອນກ້າວເປັນຜູ້ມີຊື່ສຽງລະດັບໂລກທາງດ້ານທຸລະກິດ. ພໍອາຍຸໄດ້ເກົ້າຂວບ ໂກໂນຊຸເກະອອກຈາກໂຮງຮຽນປະຖົມ ແລະເດີນທາງໄປໃຊ້ຊີວິດຄົນດຽວທີ່ໂອຊາກະ ຊຶ່ງເປັນບ່ອນລາວກາຍມາເປັນຄົນຝຶກງານຢູ່ຮ້ານຂາຍເຕົາໂລ້ໃຊ້ຖ່ານ. ໃນປີ 1905 ລາວຍ້າຍໄປເຮັດວຽກຢູ່ຮ້ານຂາຍສົ່ງລົດຖີບ ແລະກໍສໍາເລັດການຝຶກງານເປັນເວລາຫົກປີ. ໃນສະໄໝນັ້ນ ການໃຊ້ຊີວິດຂອງເດັກຝຶກງານແສນຍາກລໍາບາກ ຕະຫຼອດຫົກປີມີຫຼາຍເທື່ອທີ່ໂກໂນຊຸເກະຄິດຢາກຫຼົບໜີ ແຕ່ຍ້ອນຄວາມຝັນຂອງພໍ່ທີ່ຈະຟື້ນຟູຄວາມມັ້ງຄັ້ງຂອງຄອບຄົວ ລາວຈຶ່ງຍັງຢູ່ກັບຮ້ານຂາຍລົດຖີບຕໍ່ໄປ. ໃນປີ 1906 ກ່ອນທີ່ຄວາມຝັນຈະກາຍເປັນຈິງ ທ່ານ ມາຊາກຸຊຸໄດ້ເຖິງແກ່ກໍາໄປ ຫຼັງຈາກການລົ້ມປ່ວຍທີ່ຍືດເຍື້ອ. ຫຼາຍປີ ຫຼັງຈາກຍີ່ປຸ່ນໄດ້ຮັບໄຊຊະນະໃນສົງຄາມຣັດເຊຍ-ຍີ່ປຸ່ນ ປີ 1905 ໂກໂນຊຸເກະເຝົ້າເບິ່ງການປ່ຽນແປງຢ່າງລະທຶກໃຈທີ່ດໍາເນີນຢູ່ໃນນະຄອນໂອຊາກະ. ໂຄມໄຟຟ້າທີ່ໄຕ້ຕາມທ້ອງຖະໜົນເລີ່ມເຂົ້າມາແທນໂຄມໄຟທີ່ໃຊ້ແກສແລະນໍ້າມັນ ຕຶກໃຫຍ່ແບບຕາເວັນຕົກຜຸດຂຶ້ນຫຼັງແລ້ວຫຼ...