ข้ามไปที่เนื้อหาหลัก

บทความ

กำลังแสดงโพสต์จาก ธันวาคม, 2022

7ວິທີປະຕິເສດຄົນຢືມເງິນ

  ທຸກຄົນຄົງເຄີຍເປັນຄືກັນ ເມື່ອເວລາທີ່ມີຄົນມາຂໍຢືມເງິນ ຊຶ່ງຂົາອາດຈະມີຄວາມເດືອດຮ້ອນ ຫຼື ຈຸດປະສົງຕ່າງໆນາໆຕາມເຈດຂອງເຂົາ ແຕ່ເຮົາເອງກໍອຶດອັດໃຈເພາະເຄີຍເຫັນປະສົບການແບບນີ້ມາຫຼາຍ ເວລາໝູ່ຢືມເງິນແລ້ວບໍ່ສົ່ງຄືນ ເຮັດໃຫ້ຄວາມບາດໝາງກັນ ຄັນຊັ້ນເອົາຈັ່ງຊີ້ດີບໍ? ມື້ນີ້ເຮົາມີເຄັບລັບມາຝາກທຸກໆຄົນ: 1. ຫາຂໍ້ອ້າງ: ວິທີທີ່ຄົນມັກໃຊ້ຫຼາຍທີ່ສຸດກໍຄືການໃຊ້ຂໍ້ອ້າງໃຫ້ສົມເຫດສົມຜົນ ເພື່ອປະຕິເສດເຂົາທາງອ້ອມ ບໍ່ວ່າຈະເປັນ ການອ້າງທຸລະກິດບໍ່ດີ ລູກບໍ່ສະບາຍ ຫຼືບັນຫາຕ່າງໆທີ່ຕ້ອງໃຊ້ເງິນ. 2. ບໍ່ໃຫ້ຢືມແຕ່ໃຫ້ເລີຍ: ໃນກໍລະນີເພື່ອນສະໜິດຫຼືຄົນໃກ້ຊິດຂໍຢືມເງິນ ຖ້າຈຳນວນເງິນທີ່ຢືມມັນບໍ່ຫຼາຍຈົນເກີນໄປ ຫຼືຄິດວ່າຈະບໍ່ໄດ້ຄືນແລ້ວ ຖ້າເຮົາເຕັມໃຈໃຫ້ຢືມກໍປ່ຽນເປັນການໃຫ້ເຂົາໃຊ້ໄປເລີຍ ຍິ່ງກາຍເປັນມິດກັນຂຶ້ນກວ່າເກົ່າ. 3. ແນະນຳວິທີໃຫ້ໄປຢືມກັບຄົນອື່ນ: ເປັນການດີກວ່າຈົກເງິນຕົນເອງໃຫ້ເຂົາກໍຄືແນະນຳວິທີດີໆໃຫ້ເຂົາ ອາດຈະບອກວິທີການຢືມເງິນຈາກຄົນທີ່ສາມາດສະໜອງເງິນກ້ອນນັ້ນໃຫ້ເຂົາໄດ້. 4. ປ່ຽນເລື່ອງລົມກັນ: ຖ້າໃນວົງສົນທະນາມີການເອີ່ຍເຖິງການຂໍຢືມເງິນ ຊຶ່ງເຂົ້າທາງທີ່ເຮົາບໍ່ມັກແລ້ວ ແລະຮູ້ວ່າເພືອນຄົນນັ້ນຕ້ອງການຫຍັງຈາກເຮົາ?  ໂອເຄ ຊັ່ນເຮົາຫາວິທີສົນທະນາເລື່ອງໃໝ່ໄປເລື້ອຍໆເພ...